ນະຄອນຫຼວງວຽງຈັນຍັງຄົງໜ້າຫ່ວງ ພົບຜູ້ຕິດເ ຊ ື ້ ອ ໂ ຄ ວ ິ ດໃໝ່ 416 ຄົນ ຈາກທັງໝົດ 959 ຄົນ

0
123

ວັນທີ 5 ພະຈິກ ລາວ ກວດພົບຜູ້ຕິດເຊື້ອ 959 ຄົນ, ໃນນັ້ນ ເປັນຜູ້ຕິດເຊື້ອພາຍໃນ 948 ຄົນ ເປັນກໍລະນີນຳເຂົ້າ 11 ຄົນ, ເຊິ່ງຜູ້ຕິດເຊື້ອພາຍໃນຍັງແມ່ນ ນະຄອນຫຼວງວຽງຈັນ ມີຈໍານວນ 415 ຄົນ, ແຂວງຫຼວງນໍ້າທາ 184 ຄົນ ແລະ ແຂວງຫຼວງພະບາງ ຄົນ 89 ແລະ ມີຜູ້ເສຍຊີວິດ 1 ຄົົນ.

ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ລາຍງານວ່າ ໃນວັນທີ 4 ພະຈິກ 2021 ຜ່ານມາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 8.394 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 959 ຄົນ ໃນນັ້ນ ຕິດເຊື້ອພາຍໃນ ມີ 948 ຄົນ ແລະ ຕິດເຊື້ອນໍາເຂົ້າ 11 ຄົນ.ສຳລັບກໍລະນີຕິດເຊື້ອນຳເຂົ້າ 5 ຄົນ ນະຄອນຫຼວງ 1 ຄົນ ແລະ ສະຫວັນນະເຂດ 10 ຄົນ ຄົນ
ຕິດເຊືື້ອພາຍໃນໃໝ່ທັງໝົດ 948 ຄົນ ຈາກ 14 ແຂວງ ເຊິ່ງລາຍລະອຽດດັ່ງນີ້


ນະຄອນຫຼວງ 415 ຄົນ ມາຈາກ 155 ບ້ານ, ໃນ 9 ເມືອງຄື ເມືອງຈັນທະບູລີ ມີ 49 ຄົນ 14 ບ້ານ, ເມືອງສີໂຄດ ມີ 67 ຄົນ 26 ບ້ານ, ເມືອງໄຊເສດຖາ ມີ 93 ຄົນ 26 ບ້ານ, ສີສັດຕະນາກ ມີ 41 ຄົນ 11 ບ້ານ, ເມືອງນາຊາຍທອງ ມີ 13 ຄົນ 11 ບ້ານ, ເມືອງໄຊາທານີ ມີ 103 ຄົນ 42 ບ້ານ, ເມືອງຫາດຊາຍຟອງ ມີ 26 ຄົນ 11 ບ້ານ, ເມືອງປາກງື່ມ ມີ 10 ຄົນ 6 ບ້ານ, ເມືອງສັງທອງ ມີ 2 ຄົນ 2 ບ້ານ, ຕ່າງແຂວງທີ່ຢູ່ນະຄອນຫຼວງວຽງຈັນ 5 ຄົນ ມາຈາກແຂວງ ໄຊຍະບູລີ


ຢູ່ຕ່າງແຂວງສຳລັບຫຼວງນໍ້າທາ 184 ມາຈາກ 45 ບ້ານ, ຫຼວງພະບາງ 86 ຄົນ ມາຈາກ 24 ບ້ານ, ໃນ 4 ເມືອງ; ບໍ່ແກ້ວ 27 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ; ອຸດົມໄຊ 27 ຄົນ ມາຈາກ 16 ບ້ານ, ໃນ 2 ເມືອງ; ຈໍາປາສັກ 23 ຄົນ ມາຈາກ 15 ບ້ານ 4 ເມືອງ; ບໍລິຄຳໄຊ 19 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ; ເຊກອງ 12 ຄົນ ມາຈາກ 8 ບ້ານ ໃນ 3 ເມືອງ; ສາລະວັນ 7 ຄົນ ຈາກ 2 ບ້ານ ໃນ 2 ເມືອງ, ໄຊຍະບູລີ 3 ຄົນ ມາຈາກ 3 ບ້ານ, ໃນ 2 ເມືອງ ແລະ ໄຊສົມບູນ 2 ຄົນ, ມາຈາກ 1 ບ້ານ ໃນ 1 ເມືອງ


ມາຮອດວັນທີ 5 ພະຈິກ 2021 ຍອດຜູ້ຕິດເຊື້ອສະສົມທັງໝົດ 45.020 ຄົນ, ເສຍຊີວິດສະສົມ 77 ຄົນ (ໃໝ່ 1 ຄົນ), ປິ້ນປົວຫາຍດີ ແລະ ກັບບ້ານມື້ວານນີ້ 554 ຄົນ, ກໍາລັງປິ່ນປົວ 8.262 ຄົນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.