ເມືອງວຽງທອງ ທໍາລາຍສວນກັນຊາ 4,2 ເຮັກຕາ
ໃນວັນທີ 2 ພະຈິກ 2021 ນີ້ເຈົ້າໜ້າທີ ປກຊ-ປກສ ເມືອງ, ທະຫານກອງພັນງໍ 617 ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ໄດ້ສົມທົບກັບອໍານາດການປົກຄອງບ້ານອຸດົມໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ລົງກວດກາແກ້ໄຂບັນຫາການລັກລອບປູ ກ ຝິ່ ນ, ປູ ກ ຄັ ນ ຊ າ ຂອງປະຊາຊົນຢູ່ເຂດບ້ານດັ່ງກ່າວ.
ໃນການລົງໄປກວດກາຄັ້ງນີ້ໄດ້ພົບເຫັນສວນ ປູ ກ ຄັ ນ ຊ າ ຈໍານວນ 8 ສວນ ມີເນື້ອທີ ປະມານ 4,2 ເຮັກຕາ, ມີ 4.447 ຂຸມ, ປະເມີນນໍ້າໜັກປະມານ 22.235 ກິໂລກຼາມ, ພ້ອມທັງກັກຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 7 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງສວນ ຕໍ່ກັບສວນທີ່ຍັງບໍ່ທັນຮູ້ເ ຈົ້ າຂອງ ນັ້ ນເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາຄືນເພື່ອນໍາມາດໍາເ ນີ ນ ຄ ະ ດີຕາມລະບຽບກົ ດ ໝ າຍ.
ຕໍ່ກັບສວນກັນຊາທີ່ພົບເຫັນ ເຈົ້າໜ້າທີໄດ້ພ້ອມກັນທໍາລາຍດ້ວຍການຕັດ, ຈູດໄຟ ຖີ້ ມ. ການລົງແກ້ໄຂການ ລັ ກ ລ ອ ບ ປູ ກ ຝິ່ ນ, ປູ ກຄັ ນ ຊ າ ຂອງປະຊາຊົນຄັ້ງນີ້ແມ່ນເພື່ອເປັນການເຮັດໃຫ້ການ ລັັ ກ ລ ອ ບ ປູກ ຝິ ນ, ປູ ກ ຄັ ນ ຊ າ ຂອງປະຊາຊົນຢູ່ເມືອງວຽງທອງຫຼຸດໜ້ອຍຖອຍລົງຈົນກ່ວາບໍ່ມີ ແລະ ກໍ່ເປັນການປະຕິບັດຕາມວາລະແຫ່ງຊາດ ທີ່ລັດຖະບານ ແຫ່ງ ສປປ ລາວ ວາງອອກ.
ຂ່າວ-ພາບ: ນັກຂ່າວ ເມືອງວຽງທອງ