ສຳລັບໄທ ແມ່ນເປັນປະເທດທາງຜ່ານທີ່ສຳຄັນໃນເຂດອາຊີຕາເວັນອອກສຽງໃຕ້ ເມື່ອໄທປະກາດເປີດປະເທດຮັບເອົາຄົນຈາກ 63 ປະເທດເຂົ້າມາແບບບໍຕ້ອງກັກຕົວ ພຽງມື້ດຽວ ມີຖ້ຽວບິນເຂົ້າມາລວມ 61 ຖ້ຽວ.
ວັນທີ 1 ພະຈິກ ເປັນໜຶ່ງມື້ທີ່ສະໜາມບິນສຸວັນນະພຸມກັບຄືນມາຄືກຄື້ນພໍສົມຄວນ ຫຼັງພັກຍາວມາເປັນປີ ຍ້ອນການລະບາດຂອງພະຍາກໂຄວິດ-19, ຈະມີຄົນເຂົ້າ-ອອກກໍມີແຕ່ຖ້ຽວບິນມະນຸດສະທຳເທົ່ານັ້ນ ແຕ່ຫຼັງຈາກນີ້ຈະເປັນແນວໃດ ລອງຕິດຕາມກັນຕໍ່ໄປ.
ເຊິ່ງທາງການໄທເລືອກທີ່ຈະເປີດປະເທດ ເພື່ອຟື້ນຟູເສດຖະກິດດີກວ່າການປິດເມືອງເນື່ອງຈາກບໍໄດ້ສ້າງຜົນດີຫຍັງຂຶ້ນມາ ແຖມບໍ່ສາມາດຢຸດຕິການແຜ່ເຊື້ອໄດ້ອີກດ້ວຍ.
ຕາມສຳນັກຂ່າວໄທລາຍງານໃນມື້ທຳອິດຂອງການເປີດປະເທດແມ່ນມີທັງຊາວໄທ ແລະນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມາຢ່າງບໍ່ຂາດສາຍ ໃນນັ້ນມີທັ້ງມາຈາກເອເຊຍ ແລະຢູໂຣບ ເຊິ່ງພວກເຂົາແມ່ນຍີ້ມແຍ້ມທີ່ໄດ້ມາທ່ຽວ.
ແຕ່ໃນຕົວສະໜາມບິນສຸວັນນະພູມນັ້ນຍັງບໍທັນໄດ້ເປີດທັງໝົດ ພຽງເປີດໂຊນC,E,F ແລະໂຊນ G ເທົ່ານັ້ນ ຜູ້ໂດຍສານທຸກຄົນທີ່ເຂົ້າມາແມ່ນຈະຕ້ອງໄດ້ຮັບການກວດຄັດກອງຈາກເຈົ້າໜ້າທີ່ຄວບຄຸມໂຣກ ລະຫວ່າງປະເທດ ແລະວັດອຸນຫະພູມ ຫາກຜູ້ໃດມີອຸນຫະພູມຮ່າງກາຍສູງກວ່າ 37 ອົງສາ ຕ້ອງເຂົ້າດ່ານຄວບຄຸມໂຣກ ພ້ອມຂັດສັນກຸ່ມນັ້ນໄປດຳເນີນການຕາມມາດຕະການຂອງກະຊວງສາທາລະນະສຸກ ກໍລະນີອຸນຫະພູມບໍ່ເກີນເກນກຳນົດແມ່ນອະນຸຍາດໃຫ້ເຂົ້າສູ່ຂະບວນການກວດຄົນເຂົ້າເມືອງຕາມປົກກະຕິ.