ສາວຢຸ້ຍ ຈີລະນັນ ໃຜໆກໍຮູ້ຈັກດີເປັນດາລານັກສະແດງໄທທີ່ມີຜົນງານຫຼວງຫຼາຍ ພາຍຫຼັງເກີດການລະບາດຂອງໂຄວິດ-19 ຢຸ້ຍກໍ່ບໍ່ຕ່າງກັບຄົນອື່ນໆ ຕ້ອງຕົກວຽກບໍມີການສະແດງລະຄອນ, ບໍ່ມີລາຍໄດ້ຈາກອາຊີບນັກສະແດງເໝືອນແຕ່ກ່ອນຈິ່ງຜັນຕົວເປັນແມ່ຄ້າອອນລາຍ ປາເງິນໄປຊົ່ວໂມງລະຫຼັກ 100 ລ້ານກີບ ບໍ່ຜິດຊົ່ວໂມງລະເປັນຮ້ອຍໆລ້ານ.
ຫຼາຍຄົນຄົງວ່າມັນເປັນໄປບໍໄດ້ດອກ ແຕ່ສາວຢຸ້ຍຢືນຢັນເອງມີສະຖິຕິເຄີຍໄດ້ເຖິງຊົ່ວໂມງລະ 3 ລ້ານບາດ ຄູນເປັນກີບກໍ່ມະຫາສານ ຫຼາຍຄົນຄົງຄິດວ່າເປັນດາລາເຮັດຫຍັງກໍໄດ້ ຂາຍໄປບັນດາແຟນໆຄົນບັນເທີງຊື້ຢູ່ແລ້ວ ແລະເປັນສິນຄ້າລາຄາແພງ ແຕ່ຄວາມຈີງສາວຢຸ້ຍບອກວ່າສິນຄ້າທີ່ຂາຍດີສຸດມີແຕ່ຫຼັກ 100 ປາຍບາດ.
ສາວຢຸ້ຍຍັງບອກວ່າ ເບື້ອງຕົ້ນຕົນເປັນແມ່ຄ້າອອນລາຍຂາຍກະເປົາຢູ່ແລ້ວ ແລະເຫັນວ່າມີລູ່ທາງ ພາຍຫຼັງຕົກງານຍ້ອນໂຄວິດ ສິ່ງທີ່ມີໃນຫົວຄືຕ້ອງຂາຍເຄື່ອງໃຫ້ໄດ້ ຈິ່ງຫາສິນຄ້າເປັນພັນໆຢ່າງມາຂາຍ ດີແຕ່ມີບັນດາລູກຄ້າຮັກ ແລະອີດູສົງສານຈິ່ງສາມາດສ້າງລາຍຮັບໄດ້ຕໍ່ເນື່ອງ.
ໃນບັນດາສິນຄ້າທີ່ເອົາມາຂາຍແມ່ນມີທັງຂອງປະຊາຊົນບັນດາຈັງຫວັດທີ່ໂຄວິດມາແລ້ວເພິ່ນຂາຍບໍອອກ ຢຸ້ຍກໍ່ຮັບມາຂາຍຊ່ວຍ ແຕ່ໃນທີ່ນີ້ຕ້ອງໄດ້ເລືອກໃຫ້ດີທີ່ສຸດ ເພື່ອບໍ່ໃຫ້ລູກຄ້າຕ້ອງຜິດຫວັງ.
ສຳລັບວິທີການຂາຍບໍ່ມີຫຍັງຫຼາຍ ອັນສຳຄັນບໍ່ໂຄສະນາເກີນຈີງບໍກົດດັນໃຫ້ລູກຄ້າຊຶ້ ແຕ່ຕ້ອງເຮັດໜ້າທີ່ຂອງຕົນເອງໃຫ້ດີ ກໍ່ຄືຕ້ອງສຶກສາສິນຄ້າໃຫ້ຮູ້ດີເຖີິງຂັນສາມາດອະທິບາຍໄດ້ ເມື່ອລູກຄ້າຈ່າຍເງິນແລ້ວບໍໃຫ້ເກີດຄວາມຜິດຫວັງ ເທົ່ານັ້ນບໍມີເຄັດລັບຫຍັງ.