ແພງໂພດເບາະ..!!! ສາວໂພສເດືອດ ຖືກໂຊເຟີລົດຕູ້ສວາຍໂອກາດເກັບຄ່າໂດຍສານ ວຽງຈັນ-ປາກເຊ ເກືອບ 7 ແສນ.
ຜູ້ໃຊ້ເຟສບຸກຊື່ เจนนี่ แก้ววงสา ໄດ້ໂພສເດືອດ ກ່ຽວກັບຄ່າໂດຍສານລົດຕູ້ ວຽງຈັນ-ປາກເຊ ຄັນໜຶ່ງທີ່ໄດ້ໃຊ້ບໍລິການ ໂດຍໄດ້ໂພສວ່າ: “ໃຜເຫັນລົດຄັນນີ້ແລ່ນຮັບຄົນໂດຍສານບໍ່ຕ້ອງຂີ່ນຳມັນເດີມັນຂີ້ໂກງ ທຳອິດວ່າວຽງຈັນປາກເຊສີ່ແສນ ພໍມາຮອດເຊໂນບອກວ່າ ວຽງຈັນມາເຊໂນສາມແສນຫ້າ ໄຜຊິໄປປາກເຊໄຫ້ຕື່ມຄ່າລົດອີກຄົນລະສາມແສນ ແຖມຍັງມາອ້າງອີກວ່າຄ່ານາຍຫນ້າແບບນັ້ນແບບນີ້ປີ້ນຄຳໄປປີ້ນຄຳມາເງີນກະບໍ່ຢາກສົ່ງຄົນແບບນີ້ກະມີນໍເມືອງລາວຖ້າຖືກຄົນບໍ່ມີເງີນບອກເລີຍໄດ້ຍ່າງມາຖ້າບໍ່ຖືກໂຕເອງຄືຊີບໍ່ຮູ້. #ສາທຸເດີຂໍໄຫ້ລົດມັນເພໄດ້ແປງເບີດເງີນຫລາຍກ່ວາເງີນທີ່ມັນໂກງໄປເດີສາທຸ”.
ຈາກໂພສດັ່ງກ່າວໄດ້ເຜີຍແຜ່ອອກສູ່ໂລກໂຊຊ່ຽວ ກໍໄດ້ມີຫຼາຍຄົນໄດ້ເຂົ້າມາະແດງຄວາມຄິດເຫັນກັນຫຼາກຫຼາຍ. ເຖິງຢ່າງໃດກໍດີ, ຍັງບໍ່ສາມາດສະຫຼຸບໄດ້ເທື່ອວ່າດ້ວຍເຫດຜົນໃດ ຄ່າໂດຍສານມັນເຖິງແພງໄດ້ຂະໜາດນັ້ນ, ແລ້ວຖ້າແພງຂະໜາດນັ້ນແທ້ ຢາກຂໍໃຫ້ໜ່ວຍງານທີ່ກ່ຽວຂ້ອງຊ່ວຍກວດສອບກ່ຽວກັບຄ່າໂດຍສານ ເພາະກໍລະນີແບບນີ້ໄດ້ເກີດຂື້ນກັບຫຼາຍຄົນແລ້ວ.