ໄວ້ລຸ້ນຢຽບຄັນເລັ່ງຕໍາກໍາແພງຊອດທີ່ປາກເຊ

0
149

ໄວ້ລຸ້ນຢຽບຄັນເລັ່ງຕໍາກໍາແພງຊອດທີ່ປາກເຊໄວ້ລຸ້ນຢຽບຄັນເລັ່ງຕໍາກໍາແພງຊອດທີ່ປາກເຊໃນເວລາ 23:00 ໂມງ ຂອງຄືນວັນທີ 31 ຕຸລາ 2021. ໄດ້ເກີດອຸປະຕິເຫດລົດຂອງໄວລຸ້ນນະຄອນປາກເຊ.ລົດທີ່ເກີດເຫດແມ່ນ ຍີ່ຫໍ້ໂຕໂຍຕາ ຣີໂວ່ ສີຂາວ ໝາຍເລກທະບຽນ ນນ 2929 ໄດ້ອອກຈາກຮ້ານອາຫານດ້ວຍຮັກຈຳປາສັກ.ລົດໄດ້ເສຍຫຼັກໄປຕຳເອົາຮົ້ວຂອງສຳນັກງານປົກຄອງເມືອງຈຳປາສັກ ຕໍ່ໜ້າຫ້ອງກະສີກຳປ່າໄມ້ເມືອງດັ່ງກ່າວແຕ່ໂຊກດີບໍ່ມີໃຜເປັນຫຍັງຫຼາຍ ບາດເຈັບເລັກນ້ອຍ. ສ່ວນຮົ້ວແລະລົດແມ່ນເປເພ

ຫຼາຍສົມຄວນ ຈັ່ງໃດກໍ່ຂໍໃຫ້ຜູ້ທີ່ມັກໃຊ້ລົດໃຊ້ຖະໜົນ ລະມັດລະວັງກັນແດ່ເດີ້ ຄ່ອຍໄປຄ່ອຍມາຂັບລົດຢ່າງມີສະຕິບໍ່ດື່ມສິ່ງມຶນເມົາ ແລະໃຫ້ກຽດຜູ້ຮ່ວມສັນຈອນທີ່ນຳໃຊ້ລົດນຳໃຊ້ຖະໜົນດ້ວຍກັນ ເພາະຖ້າເກີດຫັຍງມາທັງເສຍເວລາ ເສຍທັງຊັບສິນ ຫຼື ອາດຈະເສຍຊີວິດກໍ່ເປັນໄປໄດ້ ສະນັ້ນຈຶ່ວຢາກຂໍໃຫ້ທຸກຄົນລະມັດລະວັງຕື່ມ ແລະ ໃຫ້ມີສະຕິລະວັງຕົວໃນການຂັບຂີ່


ໄວ້ລຸ້ນຢຽບຄັນເລັ່ງຕໍາກໍາແພງຊອດທີ່ປາກເຊ


ໄວ້ລຸ້ນຢຽບຄັນເລັ່ງຕໍາກໍາແພງຊອດທີ່ປາກເຊ

ຂ່າວ -ພາບ ໄຊຍະສິດ ສີຫາວົງ ຖວທ ເມືອງຈຳປາສັກ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.