ແຮງງານເຄື່ອນຍ້າຍຢູ່ສູນກັກກັນ ນະຄອນ ໄກສອນ ພົມວິການ ໄດ້ຮັບເຄື່ອງຊ່ວຍເຫລືອ

0
79

ແຮງງານເຄື່ອນຍ້າຍຢູ່ສູນກັກກັນ ນະຄອນ ໄກສອນ ພົມວິການ ໄດ້ຮັບເຄື່ອງຊ່ວຍເຫລືອ ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ທ້າຍເດືອນຕຸລາ ຜ່ານມາ, ສະຫະພັນກຳມະບານແຂວງສະຫວັນນະເຂດ ຮ່ວມກັບ ພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງ ໄດ້ຕາງໜ້າໃຫ້ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທຳ ຂອງແຜນງານຮ່ວມມືສາກົນ ລະຫວ່າງ ສະຫະພາບເອີຣົບ ແລະ ອົງການສະຫະປະຊາຊາດ ລົງມອບເຄື່ອງບັນເທົາທຸກ ໃຫ້ແກ່ແຮງງານເຄື່ອນຍ້າຍພາຍໃນສູນກັກກັນ (ພະຍາດໂຄວິດ-19) ທີ່ເດີນບານຫລັກ 4 ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ປະກອບມີ: ເຈວລ້າງມື, ສະເປເອວກໍຣໍ, ຜ້າອັດ

ປາກ-ດັງ, ສາດຕິດເສື່ອ, ສາດຢາງ, ຜ້າຫົ່ມ, ໝອນ, ມຸ້ງ ແລະ ແຜ່ນພັບກ່ຽວກັບການອອກແຮງງານທີ່ປອດໄພ ລວມມູນຄ່າ 141 ລ້ານກວ່າກີບ, ເຊິ່ງຕາງໜ້າຮັບໂດຍ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19.ທ່ານ ສົມໃຈ ສີສົມພອນ ປະທານຄະນະບໍລິຫານງານສະຫະພັນກຳມະບານ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,

ສູນກາງສະຫະພັນກຳມະບານລາວ ແລະ ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທຳ ໂດຍການຮ່ວມມືກັນລະຫວ່າງ ອົງການແຮງງານສາກົນ ແລະ ອົງການສະຫະປະຊາຊາດເພື່ອແມ່ຍິງ ໄດ້ໃຫ້ການສະໜັບສະໜູນ ໂດຍສຸມໃສ່ການບັນເທົາທຸກສຸກເສີນສຳລັບແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ ໂດຍສະເພາະແມ່ນແຮງງານເພດຍິງ ໃນໄລຍະຈຳກັດບໍລິເວນ ພາຍໃນສູນກັກກັນຂອງແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ເຊິ່ງເປັນແຂວງທີ່ມີຈໍານວນແຮງງານເຄື່ອນຍ້າຍກັບມາເປັນຈໍານວນຫລາຍ.

ນອກຈາກການຊ່ວຍເຫລືອສຸກເສີນ ໃຫ້ແກ່ແຮງງານເຄື່ອນຍ້າຍທີ່ກັບຄືນ ໃນໄລຍະຈຳກັດບໍລິເວນນີ້ແລ້ວ, ໂຄງການເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທຳ ພ້ອມດ້ວຍຄູ່ຮ່ວມງານ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນເຂົາເຈົ້າ ໃນການກັບຄືນສູ່ຊຸມຊົນ ແລະ ໂອກາດໃນການຈ້າງງານ ລວມໄປເຖິງການສະໜອງຂໍ້ມູນຂ່າວສານກ່ຽວກັບໂອກາດການຝຶກອົບຮົມວິຊາຊີບ ແລະ ການປະກາດຊອກວຽກເຮັດງານທຳໃນຕະຫລາດແຮງງານ ເພື່ອຊ່ວຍຟື້ນຟູການດຳລົງຊີວິດຂອງເຂົາເຈົ້າໃຫ້ໄດ້ດີຍິ່ງຂຶ້ນ.
ຂ່າວ-ພາບ: ວັນນະເລດ ມະນີວົງ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.