ເຮັດຕາມນີ້ຢ່າງເຄັ່ງຄັດ ເຂດທີ່ມີການລະບາດໃນຊຸມຊົນ

0
121

ທຸກວັນນີ້ເກືອບວ່າບໍ່ມີບ້ານປອດໄພແລ້ວສຳລັບບັນດາຕົວເມືອງໃຫຍ່ ແລະເຊື່ອພະຍາດໄດ້ລຸກລາມເຂົ້າໄປເຂດຊຸມຊົນຊົນນະບົດນັບມື້ຫຼາຍຂຶ້ນ ແຕ່ເພື່ອບໍ່ໃຫ້ຈຳກັດຂອບເຂດການທຳມາຫາກິນຫຼາຍເກີນໄປ ທັງໃຫ້ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ຢູ່ໃນເກນປົກກະຕິ ລັດຖະບານໄດ້ວາງ 11 ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ ເພື່ອພ້ອມກັນປະຕິບັດແຕ່ນີ້ຫາວັນທີ 15 ພະຈິກ 2021.


1. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.
2. ສືບຕໍ່ປິດຮ້ານນວດ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ.
3. ປິດບັນດາໂຮງງານອຸດສາຫະກຳ ແລະ ບັນດາວິສາຫະກິດ ຢູ່ເຂດທີ່ມີການລະບາດພາຍໃນໂຮງງານ ແລະ ໃນຊຸມຊົນ, ຍົກເວັ້ນ ໂຮງງານທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ, ໂຮງງານທີ່ຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ແລະ ອຸປະກອນການແພດ, ແຕ່ໃຫ້ມີການຄຸ້ມຄອງ ແລະ ຮັບປະ ກັນຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. ຖ້າຫົວໜ່ວຍທຸລະກິດໃດ ບໍ່ໃຫ້ການຮ່ວມມື ແລະ ປະຕິບັດ ຕໍ່ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງພະຍາດ ໂຄວິດ-19 ຕ້ອງໂຈະຊົ່ວຄາວ ຈຶ່ງຈະພິຈາລະນາຄືນ.
4. ຫ້າມບຸກຄົນເດີນທາງເຂົ້າ-ອອກ ຕາມການກໍານົດ ຂອງຄະນະສະເພາະກິດ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.
5. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ.
6. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
7. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.
8. ປິດການສັນຈອນຂອງພາຫະນະ ຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 23:00 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.
9. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນທຸກສາຍ ໃນແຂວງ, ເມືອງທີ່ມີການລະບາດໃນຊຸມຊົນ, ຍົກເວັ້ນບັນດາໂຮງຮຽນທີ່ມີເງື່ອນໄຂ ແລະ ມາດຕະຖານໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ ທີ່ໄດ້ຜ່ານການກວດກາ, ຢັ້ງຢືນ ແລະ ອະນຸຍາດຈາກຄະນະສະເພາະກິດ.
10. ຫ້າມຈັດກອງປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 50 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ. ສຳລັບບັນດາກະຊວງ-ອົງການທຽບເທົ່າທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະຍາດ ໂຄວິດ-19 ໃນໄລຍະດໍາເນີນກອງປະຊຸມ, ແລ້ວສະເໜີຫາຄະນະສະເພາະກິດ ພິຈາລະນາເປັນແຕ່ລະກໍລະນີ.
11. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ, ສຳລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.