ຫຼານຊາຍລົງມືປາບນ້າບ່າວ ເຫດຍ້ອນ ມີການຂົ່ມຂູ່ ແລະ ແບ່ງດິນນາບໍ່ເທົ່າກັນ

0
217

ຫຼານຊາຍລົງມືປາບນ້າບ່າວ ເຫດຍ້ອນ ມີການຂົ່ມຂູ່ ແລະ ແບ່ງດິນນາບໍ່ເທົ່າກັນ

ໃນວັນທີ 15 ຕຸລາ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ຮ່ວມກັບ ເຈົ້າໜ້າ ປກສ ເມືອງໜອງບົກ ໄດ້ນຳຜູ້ຖືກຫາ ຊື່ ທ້າວ ຈັນທະພອນ ລັດຖະຈັກ ຫຼື (ໂອ້ຍ) ອາຊີບເຮັດນາ ຢູ່ບ້ານ ນາວາງໃຫຍ່ ເມືອງໜອງບົກ ແຂວງຄຳມ່ວນ ທີ່ລົງມື ຄ າ ດຕະກຳ ທ້າວ ສີລະຄອນ ໄຊຍະລາດ ຫຼື ໂໝະ (ນ້າບ່າວ) ອາຍຸ 47 ປີ ອາຊີບເຮັດນາ ຄົນບ້ານດຽວກັນມາທົດສະກຳຂໍ້ມູນຄືນໃໝ່ ເພື່ອປະກອບໃສ່ຄຳສາລະພາບ ແລະ ສຳນວນຄະດີ ເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສິນ ແລະ ດຳເນີ ນຄ ະ ດີຜູ້ກ່ຽວຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ກອງຄະດີວິຊາສະເພາະຂອງ ປກສ ເມືອງໜອງບົກ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 10 ຕຸລາ 2021 ຜູ້ກ່ຽວແມ່ນໄດ້ຮັບສາລະພາບລາຍງານຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 7 ຕຸລາ 2021 ຜູ້ກ່ຽວ ແລະ ທ້າວ ສີລະຄອນ ໄຊຍະລາດ (ຜູ້ເສຍຊິວິດ) ໄດ້ພາກັນໄປຂົນເຂົ້າຢູ່ນາຂອງຜູ້ເສຍຊິວິດ ພໍມາຮອດເວລາ 17:30 ໂມງຂອງວັນດຽວກັນ ໃນຂະນະທີ່ ທ້າວ ສີລະຄອນ (ຜູ້ເສຍຊິວິດ) ກຳລັງຫາບເຂົ້າຢູ່ນັ້ນທ້າວ ຈັນທະພອນ ລັດຖະຈັກ ຫຼື (ໂອ້ຍ)

ກໍໄດ້ເອົາຈົກທີ່ຕຽມໄວ້ນັ້ນມາຕີໃສ່ບໍລິເວນກ້ານຄໍທາງຫຼັງທ້າວ ສີລະຄອນ ຈຳນວນ 1 ບາດ ເຮັດໃຫ້ ທ້າວ ສີລະຄອນ ລົ້ມລົງໝູບໜ້າລົງໃສ່ນໍ້າໃນໄຮ່ນາ ແລະ ຜູ້ກ່ຽວໄດ້ຕີຊໍ້າອີກບ່ອນເກົ່າຈຳນວນ 2 ບາດ ແລ້ວຈັບຍັ້ນຄໍທ້າວ ສີລະຄອນ ລົງພື້ນນໍ້າປະມານ 10 ນາທີ ເຫັນວ່າ ທ້າວ ສີລະຄອນ ເສຍຊີວິດແທ້ແລ້ວ ຜູ້ກ່ຽວກໍ່ໄດ້ນຳເອົາຫາບເຂົ້າທີ່ຜູ້ເສຍຊີວິດຫາບມານັ້ນ ມາວາງໄວ້ຊະຊາຍຕາມແຄມຄັນນາ ແລ້ວກໍ່ຂຶ້ນໄປຢູ່ເທິງຖຽງເຮັດຄືບໍ່ມີຫັຍງເກີດຂຶ້ນ.

ຈົນມາຮອດວັນທີ 10 ຕຸລາ 2021 ຈຶ່ງໄດ້ຖືກເຈົ້າໜ້າທີ່ ປກສ ເມືອງໜອງບົກ ກັກຕົວຜູ້ກ່ຽວມາສືບ ສວນ-ສອບສວນຈຶ່ງໄດ້ຮູ້ວ່າ: ສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ແມ່ນເກີດຈາກການແບ່ງປັນຊັບສິນເປັນຕົ້ນແມ່ນດິນນາບໍ່ເທົ່າກັນ ແລະ ຖືກຜູ້ເສຍຊິວິດເວົ້າຈານາບຂູ່ຢູ່ຕະຫຼອດມາ ຈຶ່ງເຮັດໃຫ້ຜູ້ກ່ຽວເກີດຄວາມຄຽດບໍ່ພໍໃຈ ບາດໝາງກັນຕະຫຼອດມາ ຈຶ່ງເຮັດໃຫ້ຜູ້ກ່ຽວລົງມືກໍ່ເຫດໃນຄັ້ງນີ້, ປັດຈຸບັນ, ຄະດີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະ ພວມສະຫຼຸບສຳນວນຄະດີເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສິນລົງໂ ທ ດ ແລະ ປະຕິບັດຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.