ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 27 ຕຸລາ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +733 ຄົນ (ກໍລະນີນຳເຂົ້າ 2 ຄົນ ແລະ ຕິດເຊື້ອພາຍໃນ 731 ຄົນ) ແລະ ເສຍຊີວິດໃໝ່ +3 ກໍລະນີ
ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
1. ເພດຊາຍ, ອາຍຸ 85 ປີ, ອາຊີບ: ພະນັກງານບຳນານ, ບ້ານດ່ານຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ
– ຄອບຄົວຂອງຜູ້ກ່ຽວກວດພົບເຊື້ອ (ຄົນເຈັບຕິດເຊື້ອ ລະຫັດທີ 32053, ເປັນເມຍ ອາຍຸ 74 ປີ)
– ໃນວັນທີ 17 ຕຸລາ 2021: ຜູ້ກ່ຽວມີອາການໄອ ໄດ້ມາກວດຢູ່ໂຮງໝໍ 103 ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດ ໂ ຄ ວິ ດ – 19 ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ.
– ໄດ້ສັກຢາວັກຊິນ 1 ເຂັມ, Johnson and Johnson ໃນວັນທີ 6 ສິງຫາ 2021
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 17-26 ຕຸລາ 2021 ເປັນເວລາ 10 ວັນ
– ຮອດເວລາ 7:30 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
2. ເປັນເພດຊາຍ, ອາຍຸ 58 ປີ, ອາຊີບປະຊາຊົນ ບ້ານໂພນສີວິໄລ, ເມືອງໝື່ນ, ແຂວງວຽງຈັນ
– ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ
– ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
– ວັນທີ 23 ຕຸລາ 2021: ມີອາການໄຂ້ ແລະ ຖອກທ້ອງ ແລ້ວມານອນປີ່ນປົວ ຢູ່ໂຮງໝໍເມືອງໝື່ນ ເປັນເວລາ 03 ມື້ (ແຕ່ວັນທີ 23-25 ຕຸລາ 2021)
– ເວລາ 21 ໂມງ 30 ນາທີ ຂອງວັນທີ 25 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມາກວດຢູ່ສຸກເສີນໂຮງໝໍແຂວງ ຊື່ງຄົນເຈັບໄດ້ນໍາສົ່ງມາຈາກໂຮງໝໍເມືອງໝື່ນ ຍ້ອນມີອາການໄຂ້, ເຈັບທ້ອງ, ຖ່າຍເປັນນໍ້າ ແລະ ບົ່ງມະຕິ ສຸກເສີນເປັນ Cholecystis ພ້ອມທັງເກັບຕົວຢ່າງໄປກວດຊອກຫາພະຍາດ ໂ ຄ ວິ ດ – 19 ແລະ ຜົນກວດພົບເຊື້ອ
• ເວລາ 23:00 ໂມງ ຂອງມື້ດຽວກັນ ຈື່ງໄດ້ນໍາສົ່ງມາສູນປີ່ນປົວໂຄວິດ ຊື່ງທີມງານແພດ ໄດ້ປະເມີນສະພາບຄົນເຈັບ ສະຕິງ້ວງຊຶມ, ຫາຍໃຈຍາກ, ກະວົນກະວາຍ ແລະ ບົ່ງມະຕິ ໂ ຄ ວິ ດ – 19 ຂັ້ນຮຸນແຮງ. ໄດ້ປີ່ນປົວໃຫ້ດົມອົກຊີ ປະມານ 10 ລິດແລ້ວໃຫ້ຢາ ຕ້ານເຊື້ອ
– ເວລາ 08 ໂມງ 30 ນາທີ ຂອງວັນທີ 26 ຕຸລາ 2021: ຄົນເຈັບຍັງຫາຍໃຈຫອບ, ເພຍ, ງ້ວງຊຶມ ແລະ ປີ່ນປົວ ໃຫ້ enoxaparin ເພີ້ມອົກຊີ ເປັນຈໍານວນ 15 ລິດ ແລະ ຄົນເຈັບຍັງມີອາການຫາຍໃຈຫອບ ໃສ່ Hight Flow 30 L ໃຫ້ Dexamethazol
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນ ແຕ່ວັນທີ 25-27 ຕຸລາ 2021 ເປັນເວລາ 03 ວັນ
– ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 27 ຕຸລາ 2021: ຄົນເຈັບໄດ້ເສຍຊີວິດ
3. ເປັນເພດຊາຍ, ອາຍຸ 54 ປີ, ອາຊີບ: ປະຊາຊົນ, ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫລວງ
– ໃນວັນທີ 19 ຕຸລາ 2021: ຜູ້ກ່ຽວມາກວດຢູ່ໂຮງໝໍ 103 ຍ້ອນພະຍາດໄຂ່ຫຼັງ ແລະ ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດ ໂ ຄ ວິ ດ – 19
– ພະຍາດປະຈຳຕົວ: ພະຍາດເບົາຫວານ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ, ກະດັນຕັບ, ຄວາມດັນເລືອດສູງ, ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ
– ບໍ່ທັນໄດ້ສັກຢາວັກຊິນ
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 19-26 ຕຸລາ 2021 ເປັນເວລາ 08 ວັນ
– ຮອດເວລາ ~11:55 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.
ມາຮອດວັນທີ 27 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 37.751 ຄົນ, ເສຍຊີວິດສະສົມ 59 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 411 ຄົນ, ກໍາລັງປິ່ນປົວ 6.879 ຄົນ.