3 ກໍລະນີເສຍຊີວິດຈາກໂ ຄ ວ ິ ດ ມື້ນີ້, ຈາກນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ

0
187

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບໂຄວິດ 19 ຢູ່ ສປປລາວ ວ່າ ມາຮອດວັນທີ 26 ຕຸລາ 2021 ເຮົາໄດ້ກວດວິເຄາະທັງໝົດ 5.507 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 733 ຄົນ, ນໍາເຂົ້າ 2 ຄົນເສຍຊີວິດເພີ່ມ 3 ຄົນ, ເຮັດໃຫ້ຍອດຜູ້ເສຍຊີວິດສະສົມມາຮອດວັນທີ 26 ຕຸລາ 2021 ມີ 59 ຄົນ (ໃໝ່ 3 ຄົນ), ຕິດເຊື້ອສະສົມ 37.751 ຄົນ, ປິ່ນປົວຫາຍດີ 411 ຄົນ
ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້

1 ເພດຊາຍ, ອາຍຸ 85 ປີ, ອາຊີບ: ພະນັກງານບຳນານ, ບ້ານດ່ານຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນຄອບຄົວຂອງຜູ້ກ່ຽວກວດພົບເຊື້ອ (ຄົນເຈັບຕິດເຊື້ອ ລະຫັດທີ 32053, ເປັນເມຍ ອາຍຸ 74 ປີ), ໃນວັນທີ 17 ຕຸລາ 2021: ຜູ້ກ່ຽວມີອາການໄອ ໄດ້ມາກວດຢູ່ໂຮງໝໍ 103 ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບພະຍາດປະຈຳຕົວ ຄວາມດັນເລືອດສູງ, ໄດ້ສັກຢາວັກຊິນ 1 ເຂັມ, Johnson and Johnson ໃນວັນທີ 6 ສິງຫາ 2021ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 17-26 ຕຸລາ 2021 ເປັນເວລາ 10 ວັນ, ຮອດເວລາ ~7:30 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

2 ເປັນເພດຊາຍ, ອາຍຸ 58 ປີ, ອາຊີບປະຊາຊົນ ບ້ານໂພນສີວິໄລ, ເມືອງໝື່ນ, ແຂວງວຽງຈັນມີພະຍາດປະຈຳຕົວ ຄວາມດັນເລືອດສູງ, ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ, ວັນທີ 23 ຕຸລາ 2021 ມີອາການໄຂ້ ແລະ ຖອກທ້ອງ ແລ້ວມານອນປີ່ນປົວ ຢູ່ໂຮງໝໍເມືອງໝື່ນ ເປັນເວລາ 03 ມື (ແຕ່ວັນທີ 23-25 ຕຸລາ 2021)ເວລາ 21 ໂມງ 30 ນາທີ ຂອງວັນທີ 25 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມາກວດຢູ່ສຸກເສີນໂຮງໝໍແຂວງ ຊື່ງຄົນເຈັບໄດ້ນໍາສົ່ງມາຈາກໂຮງໝໍເມືອງໝື່ນ ຍ້ອນມີອາການໄຂ້, ເຈັບທ້ອງ, ຖ່າຍເປັນນໍ້າ ແລະ ບົ່ງມະຕິ ສຸກເສີນເປັນ Cholecystis ພ້ອມທັງເກັບຕົວຢ່າງໄປກວດຊອກຫາພະຍາດໂຄວີດ-19 ແລະ ຜົນກວດພົບເຊື້ອ

ເວລາ 23:00 ໂມງ ຂອງມື້ດຽວກັນ ຈື່ງໄດ້ນໍາສົ່ງມາສູນປີ່ນປົວໂຄວິດ ຊື່ງທີມງານແພດ ໄດ້ປະເມີນສະພາບຄົນເຈັບ ສະຕິງ້ວງຊຶມ, ຫາຍໃຈຍາກ, ກະວົນກະວາຍ ແລະ ບົ່ງມະຕິ Covid-19 ຂັ້ນຮຸນແຮງ. ໄດ້ປີ່ນປົວໃຫ້ດົມອົກຊີ ປະມານ 10 ລິດແລ້ວໃຫ້ຢາ ຕ້ານເຊື້ອເວລາ 08 ໂມງ 30 ນາທີ ຂອງວັນທີ 26 ຕຸລາ 2021: ຄົນເຈັບຍັງຫາຍໃຈຫອບ, ເພຍ, ງ້ວງຊຶມ ແລະ ປີ່ນປົວ ໃຫ້ enoxaparin ເພີ້ມອົກຊີ ເປັນຈໍານວນ 15 ລິດ ແລະ ຄົນເຈັບຍັງມີອາການຫາຍໃຈຫອບ ໃສ່ Hight Flow 30 L ໃຫ້ Dexamethazolໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນ ແຕ່ວັນທີ 25-27 ຕຸລາ 2021 ເປັນເວລາ 03 ວັນ, ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 27 ຕຸລາ 2021: ຄົນເຈັບໄດ້ເສຍຊີວິດ

3 ເປັນເພດຊາຍ, ອາຍຸ 54 ປີ, ອາຊີບ: ປະຊາຊົນ, ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫລວງໃນວັນທີ 19 ຕຸລາ 2021 ຜູ້ກ່ຽວມາກວດຢູ່ໂຮງໝໍ 103 ຍ້ອນພະຍາດໄຂ່ຫຼັງ ແລະ ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19ພະຍາດປະຈຳຕົວ ພະຍາດເບົາຫວານ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ, ກະດັນຕັບ, ຄວາມດັນເລືອດສູງ, ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາບໍ່ທັນໄດ້ສັກຢາວັກຊິນ, ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 19-26 ຕຸລາ 2021 ເປັນເວລາ 08 ວັນຮອດເວລາ ~11:55 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.