ລາວຍັງໜ້າຫ່ວງຫຼາຍ ພົບໃໝ່ອີກ 733 ຄົນ, ເສຍຊີວິດເພີ່ມ 3 ຄົນ ຈາກ ໂ ຄ ວ ິ ດ

0
143

ສະຖານະການໂຄວິດ 19 ຢູ່ ສ ປປ ລາວ ປະຈໍາວັນທີ 27 ຕຸລາ 2021, ຜູ້ຕິດເຊື້ອໂຄວິດສູງ 733 ຄົນ, ເສຍຊີວິດໃໝ່ 2 ຄົນ, ນໍາເຂົ້າ 2 ຄົນ ແລະ ພາຍໃນ 731 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 358 ຄົນ, ຫຼວງພະບາງ 177 ຄົນ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບໂຄວິດ 19 ຢູ່ ສປປລາວ ວ່າ ມາຮອດວັນທີ 26 ຕຸລາ 2021 ເຮົາໄດ້ກວດວິເຄາະທັງໝົດ 5.507 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 733 ຄົນ, ນໍາເຂົ້າ 2 ຄົນ ຈາກແຂວງບໍ່ແກ້ວ 1 ຄົນ, ຈໍາປາສັກ 1 ຄົນ

ຕິດເຊື້ອພາຍໃນ 731 ຄົນ ຈາກ ນະຄອນຫຼວງວຽງຈັນ 358 ຄົນ, ຫຼວງພະບາງ 177 ຄົນ, ບໍ່ແກ້ວ 73 ຄົນ, ວຽງຈັນ 29 ຄົນ, ບໍລິຄໍາໄຊ 24 ຄົນ, ຄໍາມ່ວນ 17 ຄົນ, ຈໍາປາສັກ 14 ຄົນ, ໄຊສົມບູນ 13 ຄົນ, ສາລະວັນ 11 ຄົນ, ສະຫວັນນເຂດ 9 ຄົນ, ເຊກອງ 5 ຄົນ, ອຸດົມໄຊ 1 ຄົນ.

ເສຍຊີວິດເພີ່ມ 2 ຄົນ, ເຮັດໃຫ້ຍອດຜູ້ເສຍຊີວິດສະສົມມາຮອດວັນທີ 26 ຕຸລາ 2021 ມີ 59 ຄົນ (ໃໝ່ 3 ຄົນ), ຕິດເຊື້ອສະສົມ 37.751 ຄົນ, ປິ່ນປົວຫາຍດີ 411 ຄົນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.