ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 26 ຕຸລາ 2021 ນີ້, ຫ້ອງ ການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເມືອງປາກທາ ສົມທົບກັບ ປກສ ເມືອງ ໄດ້ລົງກວດກາ ບັນດາຮ້ານບໍລິການ-ຈຳໜ່າຍເບຍ ພ້ອມທັງເຮັດບົດບັນທຶກ ກັບເຈົ້າຂອງຮ້ານ ໃນໄລຍະປະຕິບັດ ຄໍາສັ່ງຂອງຄະນະສະເພາະກິດ ເມືອງປາກທາ ເລກທີ 700/ສພກ,ບກ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການເພີ່ມທະວີ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ
ໂຄວິດ-19 ຢູ່ພາຍໃນເມືອງປາກທາ, ເພື່ອເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ ກໍຄື ເມືອງປາກທາ ໃຫ້ຫລຸດນ້ອຍຖອຍລົງ ແລະ ປ້ອງກັນບໍ່ໃຫ້ເຊື້ອພະຍາດແພ່ອອກເປັນວົງກວ້າງ.ການລົງກວດກາຄັ້ງນີ້, ພາບໃຕ້ນໍາພາຂອງ ທ່ານ ສູນທອນ ສີຟອງສັກ ຮອງຫົວໜ້າຫ້ອງການ ຖວທ ເມືອງ, ເຊິ່ງການລົງເຄື່ອນໄຫວຄັ້ງນີ້ ທາງທີມງານຍັງໄດ້ແຜ່ຄໍາສັ່ງ ຂອງຄະ ນະສະເພາະກິດ ແຂວງ ບໍ່ແກ້ວ ເລກທີ 201/ສພກ,ບກ, ລົງວັນທີ 25 ຕຸລາ 2021 ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິ
ບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 ຢູ່ພາຍໃນເມືອງປາກທາ, ພ້ອມທັງສ້າງບົດບັນທຶກໄວ້ກັບເຈົ້າຂອງຮ້ານ ໃຫ້ຢຸດບໍລິການຂາຍເບຍຊົ່ວຄາວ ຈົນກວ່າຈະມີມາດຕະການຜ່ອນຜັນ, ຖ້າຫາກມີການລະເມີດ ຫລື ບໍ່ປະຕິບັດຕາມຄຳສັ່ງດັ່ງກ່າວ ຈະໄດ້ປະຕິບັດຕາມລະບຽບກົດໝາຍ.
ຂ່າວ-ພາບ: ວັນນະເດດ ວິໄລຄຸນ