ເຕືອນຫຼ້າສຸດເດີ! ພະຍຸ ດີເປລຊັນ ປະຈໍາວັນທີ 26 ຕຸລາ 2021

0
320

ຈາກທີ່ໄດ້ລາຍງານໄປກ່ອນໜ້າ ພາຍຸດີເປລຊັນ (Tropical Depression) ປັດຈຸບັນຍັງເຄື່ອນທີ່ຢູ່ເຂດ ທະເລຈີນຕອນລຸ່ມ ເຊິ່ງໃນເວລາ 06:00 ໂມງ ຂອງວັນທີ 26 ຕຸລາ 2021 ມີຈຸດສູນກາງຢູ່ເສັ້ນຂະໜານທີ 11.0 ອົງສາເໜືອ ແລະ ເສັ້ນແວງທີ 111.7 ອົງສາຕາເວັນອອກ ພວມເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອ ເຊິ່ງຄວາມ ໄວສູງສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນ ທີ່ຂຶ້ນຝັ່ງທາງພາກໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ນີ້ ຫລັງຈາກນັ້ນຈະອ່ອນກໍາລັງລົງກາຍເປັນຄວາມກົດດັນອາ ກາດຕໍ່າໃນມື້ດຽວກັນ ແລະ ວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາເຂດ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກໃຕ້ ແລະ ພາກກາງ ໃນໄລຍະວັນທີ 26-28 ຕຸລາ 2021.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນ ບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີ ນໍ້າຖ້ວມອັ່ງ, ນໍ້າຖ້ວມຍຶ່ງ, ຕົ້ນໄມ້ ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.