ພໍ່ແມ່ຕາຍປະເຫຼືອຕົວຄົນດຽວ ຕ້ອງຮັບລີດເຄື່ອງຜືນພັນກີບສົ່ງຕົນເອງຮຽນ

0
155

ພໍ່ແມ່ຕາຍປະເຫຼືອຕົວຄົນດຽວ ຕ້ອງຮັບລີດເຄື່ອງຜືນພັນກີບສົ່ງຕົນເອງຮຽນ

ນ້ອງ “ເອກ” ເຖິ່ງຕົນຄົນດຽວແຕ່ບໍ່ຍອມແພ້ໜຸ່ມໃຈແຂງອີກຄົນໜຶ່ງຄື ນ້ອງ “ເອກ” ເພາະລາວຢູ່ຄົນດຽວ. ເຮັດໃຫ້ປະຊາຊົນໃນບໍລິເວນໃກ້ຄຽງໄດ້ປະສານກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ເຂົ້າໄປໂອ້ລົມກັນ ແລະ ພົບເຫັນວ່ານ້ອງເອກ ຕ້ອງໄດ້ຫາເງິນເພື່ອສົ່ງຕົນເອງໄປຮຽນໂດຍການລີດຜ້າ ສອງສາມຜືນ ເພື່ອຫາເງິນມານຳໃຊ້ໃນຊີວິດທຸກໆມື້

ພໍ່ແມ່ຂອງນ້ອງໄດ້ເສຍຊີວິດໄປດົນນານແລັວ. ນອກຈາກນີ້ຍັງບໍ່ມີຊັບສິນສົມບັດເຫລືອໄວ້ໃຫ້ ເຫລືອໄວ້ພຽງເຮືອນບ່ອນທີ່ລາວອາໄສຢູ່ກະເປັນເຮືອນເຊົ່າ ຕອ້ງດີ້ນລົນ ຫາທຸກວິທີຫາເງິນເພື່ອຈະໄດ້ມີບອ່ນອາໃສ່

ລາວຈະໃຊ້ເວລາຫຼັງຈາກເລີກໂຮງຮຽນເພື່ອເຮັດຫຼາຍສິ່ງຫຼາຍຢ່າງ. ບໍ່ວ່າຈະເປັນການລ້າງລົດ ຂາຍເຄື່ອງອອນໄລນ໌ ຫຼື ຖ້າໃຜຕ້ອງການໃຫ້ລາວເຮັດບາງສິ່ງບາງຢ່າງ ລາວພ້ອມທີ່ຈະເຮັດດີທີ່ສຸດ.

ຊາວບ້ານໃນເຂດນັ້ນເລົ່າເລື່ອງຂອງລາວ ທຸກຄົນເວົ້າເປັນສຽງດຽວກັນວ່າ ລາວເປັນຄົນດີ.ແຕ່ລາວບໍ່ພໍ່ແມ່ຕັ້ງແຕ່ຍັງນ້ອຍ ແລະ ຍັງໄດ້ເຮັດວຽກທຸກໆມື້ຈົນບໍ່ມີເວລາພັກຜ່ອນ ລາວເປັນຄົນດຸໝັ່ນຫຼາຍ.ເຮັດໃຫ້ຄົນໃນຊຸມຊົນຮັກແພງ ແລະ ເອົາສິ່ງທີ່ຈຳເປັນມາຊ່ວຍເຫລືອເທົ່າທີ່ຈະຊ່ວຍໄດ້

ສ່ວນເລື່ອງອາຫານຈະມີຄົນມາແບ່ງປັນເລື້ອຍໆ.ຊ່ວງແມ່ລາວເສຍຊິວິດໃຫມ່ ລາວເກືອບບໍ່ມີທຶນ ຕ້ອງໄປເພິ່ງພາເພື່ອນບ້ານ ໂດຍສະເພາະແມ່ນຫົວຫນ້າ ໝູ່ບ້ານຍັງໃຫ້ລາວກູ້ຢືມເງິນມາຈັດງານໃຫ້ແມ່ ນ້ອງເວົ້າວ່າ ປະຈຸບັນນ້ອງໄດ້ທຳມາຫາກິນຢູ່ຄົນດຽວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.