ແຈ້ງເຕືອນເຖິງພີ່ນ້ອງທາງພາກກາງ ແລະ ພາກໃຕ້ ກຽມຮັບມືກັບພາຍຸ ດີເປຼຊັນ ໃນລະຫວ່າງວັນທີ 26 ຫາ 29 ຕຸລານີ້ ອາດມີຝົນຕົກໜັກ, ລົມພັດແຮງ ລວມໄປເຖິງນໍ້າຖ້ວມຍື່ງ ສະນັ້ນ ຂໍໃຫ້ທຸກຄົນກຽມຮັບມືໃຫ້ດີ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນພາຍຸ ດີເປຼຊັນ ສະບັບທີ 1 ໃນວັນທີ 25 ຕຸລາ 2021 ນີ້ ໂດຍພາຍຸດັ່ງກ່າວ ໄດ້ກໍ່ຕົວຢູ່ເຂດທະເລຈີນຕອນລຸ່ມ, ເຊິ່ງໃນເວລາ 7ໂມງ ຂອງວັນທີ 25 ຕຸລາ 2021 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 10.8 ອົງສາເໜືອ ແລະ ເສັ້ນແວງທີ່ 114.2 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອ ເຊິ່ງຄວາມໄວສູງສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.
ພາຍຸຫົວນີ້ຈະເຄື່ອນທີ່ ຂຶ້ນຝັ່ງທາງພາກໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ແລະສືບຕໍ່ເຄື່ອນທີ່ຜ່ານພາກເໜືອຂອງປະເທດກໍາປູເຈຍໃກ້ກັບພາກໃຕ້ຂອງປະເທດລາວ ໃນວັນທີ 28 ຕຸລາ 2021 ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້ ແລະ ພາກກາງໃນວັນທີ 26 ຫາ 29 ຕຸລາ 2021.
ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຈົ່ງມີສະຕິລະວັງຕົວຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍື່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້.
ທັ້ງນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.