ຮ່ວມແຮງຮ່ວມໃຈ ໃນການປົກປັກຮັກສາ ແລະ ອະນຸລັກປາຂ່າ ບໍ່ໃຫ້ສູນພັນ

0
263

ຮ່ວມແຮງຮ່ວມໃຈ ໃນການປົກປັກຮັກສາ ແລະ ອະນຸລັກປາຂ່າ ບໍ່ໃຫ້ສູນພັນຂປລ. ໃນວັນທີ 24 ຕຸລາ ເປັນວັນປາຂ່າໂລກ ປາຂ່ານໍ້າຈືດ, ປັດຈຸບັນ ສາມາດພົບເຫັນຢູ່ 15 ປະເທດ ທົ່ວໂລກ, ລວມທັງ ສປປ ລາວ ແມ່ນສາມາດເຫັນປາຂ່າໄດ້ ຢູ່ເຂດບ້ານຫາງສະດໍາ ແລະ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ຊາຍແດນລະຫວ່າງ ລາວ-ກໍາປູເຈຍ. ປາຂ່ານໍ້າຈືດ ມີທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ແມ່ນອາໄສຢູ່ແມ່ນໍ້າຂອງ ສະເພາະໃນ ສປປ ລາວ ແລະ ກໍາປູເຈຍ, ປາຂ່ານໍ້າຈືດຄືໜຶ່ງ

ໃນຊະນິດພັນປາປະເພດຫວງຫ້າມບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໄກ້ຈະສູນພັນ ຂອງ IUCN. ໃນປະເທດລາວ ມີປາຂ່າເຫລືອຢູ່ພານວນໜ້ອຍ ແລະ ອາດສ່ຽງຕໍ່ການສູນພັນ ໃນອະນາຄົດ ຖ້າຂາດການອະນຸລັກ ໂດຍສະເພາະຕໍ່ການຄຸ້ມຄອງເຂດອາໄສຂອງມັນ, ໃນກາງປີ 2021 ນີ້, ປາຂ່າ ທີ່ວັງອະນຸລັກ ເຂດສີພັນດອນ ເມືອງໂຂງ ໄດ້ຕາຍສອງໂຕ ແລະ ນັ້ນເປັນຕົວຊີ້ບອກເຖິງການສູນເສຍ ແລະ ອາດນໍາໄປສູ່ການສູນພັນໄດ້. ຈາກການໃຫ້ຂໍ້ມູນຂອງທີມງານລາດຕະເວນ ຫລື

ເຈົ້າໜ້າທີ່ຄຸ້ມຄອງວັງອະນຸລັກປາຂ່າ ໃນລະຫວ່າງ 1-2 ປີທີ່ຜ່ານມາ ສາມາດພົບເຫັນໄດ້ ປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີນີ້ ອາດນອນຢູ່ໃນຈໍານວນທີ່ທີມງານລາດຕະເວນພົບເຫັນ. ສະນັ້ນ, ວຽກງານອະນຸລັກ ແລະ ມາດຕະການຄຸ້ມຄອງ ຈໍາເປັນຕ້ອງເພີ່ມທະວີຄູນຂຶ້ນ ບໍ່ພຽງແຕ່ສະເພາະເພື່ອປົກປັກຮັກສາປາຂ່າ ທີ່ອາດຍັງມີຢູ່ ບໍ່ໃຫ້ສູນພັນ ຫລື ຖືກຜົນກະທົບຈາກການກະທໍາຕ່າງໆຂອງຄົນ ຕໍ່ແຫລ່ງທີ່ຢູ່ອາໄສຂອງປາຂ່າ ແຕ່ລວມເຖິງການອະນຸລັກຊະນິດພັນສັດນໍ້າອື່ນໆ ທີ່ໃກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ ປາຝາໄລ, ປາບຶກ ແລະ ອື່ນໆ.

ເນື່ອງໃນວັນປາຂ່າໂລກນີ້, ຂໍຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸລັກສັດນໍ້າ ໂດຍສະເພາະຊະນິດພັນປາທີ່ໃກ້ຈະສູນພັນ ລວມທັງປາຂ່າ ລາຊີນີ ແຫ່ງສັດນໍ້າ ທີ່ໃກ້ຈະສູນພັນ ໃຫ້ຍັງຢູ່ກັບແມ່ນໍ້າຂອງ ແລະ ຊຸມຊົນ ກໍຄື ປະເທດລາວເຮົາ ເພື່ອອະນາຄົດ ແລະ ລູກຫລານ.
ຂໍ້ມູນ-ພາບ: WWF-Laos

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.