ເຫດຕຳຄົນພີກາແລ້ວໜີ ຢູ່ເຂດຫນ້າອາພາດເມັ້ນອາລິນ້າ ແຖວວຽງຈະເລີນຜູ້ໃຊ້ເຟສບຸກໃສ່ຊື່: N’Ny Saengdouliya ໄດ້ໂພສວ່າ: ເຫດຕຳແລ້ວຫນີເຂດຫນ້າອາພາດເມັ້ນອາລິນ້າແຖວວຽງຈະເລີນເວລາປະມານ 23:06 ໂມງ ຂອງວັນທີ 23/10/2021 ຂ້ອຍໄດ້ຂີ່ລົດກາຍແຖວນັ້ນພໍດີ.ເຫັນລາວນັ່ງໄຫ້ເລີຍຮ້ອງຖາມລາວວ່າເປັນຫຍັງ?. ລາວຕອບວ່າຖືກລົດຕຳ ແລ້ວຂ້ອຍກໍເລີຍຮ້ອງໃສ່ລົດຄັນທາງຫນ້າໃຫ້ຈອດເບີ່ງຊ່ວຍກັນກ່ອນ.ພວກຂ້ອຍກໍໄດ້ ໂທຫາກູ້ໄພໃຫ້ແລະ ຖາມລາວວ່າມີເບີພີນ້ອງບໍ ຈະໂທແຈ້ງເພີ່ນໃຫ້ .
ທາງເຮົາກໍໄດ້ຖາມໃນຄະນະທີຖ້າລົດກູ້ໄພມາຮອດ. ລາວວ່າລົດຈັກຄັນສີຂາວຕຳລາວບໍ່ຈື່ທະບຽນລົດບຮູ້ຍີຫໍ້ລົດ ເຂົາຕຳລາວແລ້ວຫນີ ຫລັງຈາກກູ້ໄພມາຮອດ ພວກຂ້ອຍກໍໄດ້ແຈ້ງກູ້ໄພຕາມທີຢູ່ກ່ຽວໄດ້ເວົ້າໃຫ້ຟັງ ແລ້ວກູ້ໄພວ່າຈະໄດ້ຂໍເປິດກ້ອງວົງຈອນປິດແຖວນັ້ນເພື່ອຊອກຫາຄົນທີ່ເຮັດຜິດມາຮັບຜິດຊອບ
ຕຳແລ້ວຫນີຂ້ອຍກະວ່າຊົ່ວພໍແຮງອັນນີ້ຕຳຄົນພິການແລ້ວຫນີຄົນທີຕຳກໍບໍ່ມີຈິດສຳນຶກເລີຍບໍ…ຂອບໃຈລົດຄັນທາງຫນ້າເດີ້ທີ່ຮ່ວມການຊ່ວຍເຫລືອນຳກັນເປັນພະຍານນຳກັນ….