ຊື່ນຊົມໜຸ່ມຫຼໍ່ ຄວ້າໃບປະກາດແດງ 3 ໃບ ຈາລຶກປະຫວັດຄອບຄົວ

0
230

ຊົມເຊີຍເກັງຫຼາຍ ຄົນດຽວສາມາດຄວ້າໃບປະກາດແດງ ເຖິງ 03 ໃບ ບອກເລີຍວ່າບໍ່ທຳມະດາຄົນນີ້ໂດຍເຈົ້າໂຕໂພສວ່າ ໃຜຊິໄປຄິດວ່າເສັງໄດ້ໝາກ 3 ມື້ນັ້ນ ຊິມາໄດ້ອັນສີແດງໆ 3 ອັນມື້ນີ້ຕັ້ງແຕ່ເຂົ້າຮຽນປີທຳອິດ, ແມ່ກະເວົ້າຕະຫຼອດ “ເອົາສີແດງມາຝາກແມ່ແນ່ເດີ“, ກະໄດ້ແຕ່ຍິ້ມລະກະຄິດໃນໃຈ ຄັນແມ່ເຫັນຄະແນນປະຈຳເດືອນຕອນຮຽນມັດທະຍົມ, ແມ່ຍັງຊິຄິດວ່າໄດ້ຢູ່ບໍ່ນໍ

ຜ່ານມາ 4 ປີກະໄດ້ຕາມວາດ ໄປຕ້ອນອີ່ແມ່ຈົນໄດ້ ຖາມວ່າໄດ້ກຽດນິຍົມຖືວ່າເກັ່ງ ຖືວ່າປະສົບຜົນສຳເລັດແລ້ວບໍ່?
ຍັງອີກໄກຫຼາຍຍຍຍ, ນີ້ເປັນພຽງຈຸດເລີ່ມຕົ້ນນ້ອຍໆໜຶ່ງເທົ່ານັ້ນ, ຍັງມີອີກຫຼາຍຢ່າງເລີຍທີ່ຕ້ອງເຮັດ.
ຖາມວ່າຄົນທີ່ບໍ່ມີໃບປະກາດ ຫຼື ບໍ່ໄດ້ກຽດນິຍົມເກັ່ງກວ່າເຮົາມີຫຼາຍບໍ່?

ບອກໄດ້ເລີຍວ່າມີຫຼາຍລົ້ນຟ້າຄືກັນ, ຕ່າງໆຄົນຕ່າງມີເປົ້າໝາຍທີ່ແຕກຕ່າງກັນ ແລະ ຂ້ອຍຍັງຕ້ອງຮຽນຮູ້ນຳທຸກໆຄົນອີກຫຼາຍ.ແຕ່ເມື່ອເຮົາໄດ້ມາແລ້ວ, ກໍຂໍຂອບໃຈ ພໍ່ແມ່, ຄູອາຈານ, ໝູ່ເພື່ອນ ທຸກຄົນ ທີ່ເປັນກຳລັງໃຈ, ຊ່ວຍເຫຼືອ, ແບ່ງເປັນຄວາມຮູ້, ຄວາມມ່ວນຊື່ນ, ແລະ ປະສົບການຕ່າງໆ ຕະຫຼອດໄລຍະເວລາ 4 ປີມານີ້.
ຂອບໃຈຜູ້ນີ້, Vilunda Ratsabouth ທີ່ເປັນກຳລັງໃຈໃຫ້ໃນຍາມຂີ້ຄ້ານເບິ່ງບົດຮຽນ, ຊ່ວຍໄລ່ໃຫ້ໄປເບິ່ງບົດຮຽນ, ຊ່ວຍພາໄປເລືອກກິນອາຫານກ່ອນເສັງ (ທີ່ຈິງ ບໍ່ເສັງກະໄປກິນ), ແລະ ປອບໃຈໃນເວລາຄິດວ່າ ເສັງເທື່ອນີ້ບໍ່ລອດຄັກໆ

ຂອບໃຈສະຫາຍຮ່ວມອຸດົມການ No Rattanavong ທີ່ຊ່ວຍກັນເລືອກຫົວຂໍ້ບົດຈົບຊັ້ນຈົນມື້ສຸດທ້າຍກະຍັງປ່ຽນຫົວຂໍ້
ຂອບໃຈໝູ່ເພື່ອນ CRP ທຸກໆຄົນທີ່ບັງອາຈານໃຫ້ຕອນຢາກນອນແນ່, ຕອນຫຼິ້ນເກມແນ່, ແລະ ຕອນທີ່ເຮັດວຽກບ້ານບໍ່ທັນ ກະຍັງໃຫ້ເບິ່ງເປັນແນວທາງ.

ໃບແດງ ຄັ້ງນີ້ຈະຖືວ່າມອບຕາງໜ້າໝົດທຸກຄົນທີ່ເປັນສ່ວນໜຶ່ງໃນການເດີນທາງຂອງຂ້ອຍຕັ້ງແຕ້ປີໜຶ່ງຮອດປີ 4, ເພາະຖ້າບໍ່ມີທຸກຄົນ, ຂ້ອຍກໍອາດຈະບໍ່ມີມື້ນີ້ຄືກັນ.
ຫວັງວ່າອະນາຄົດຈະໄດ້ຮ່ວມງານ, ຮ່ວມມ່ວນ, ຮ່ວມເຮຮານຳທຸກໆຄົນອີກ. ຂໍຂອບໃຈສຳລັບຄົນທີ່ອ່ານຈົນຈົບ!ຈົບຢ່າງເປັນທາງການ

Fb @Jack

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.