ພ້ອມພຽງຮຽງໜ້າ ສົມເປັນຝາແຝດ ຈັບມືກັນຄວ້າໄປປະກາດແດງ ຝາກພໍ່ແມ່ຜົນຂອງການຕັ້ງໃຈຮຽນ

0
169

ຊົມເຊີຍ ແລະ ຍິນດີນຳ ກັບສອງເອື້ອຍນ້ອງຝາແຝດ ນອກຈາກໜ້າຕາຄືກັນແລ້ວ ຄວາມດຸໝັ່ນຂະຫຍັນພຽນໃນການຮ່ຳຮຽນກໍຍັງຄືກັນອີກ ລວມທັງການແຕ່ງຕົວກໍມັກຈະສວມໃສ່ຄືກັນ ທີ່ໜ້າຍິນດີໄປກວ່ານັ້ນຄືທັງສອງໄດ້ກຽດນິຍົມພ້ອມກັນ.ນັດດາພອນ ວິສີສົມບັດ (ຕຸ້ຍ) ແຝດເອື້ອຍ ແລະ ຊື່ວ່າ ນັດດາພາ ວິສີສົມບັດ (ຈ່ອຍ) ແຝດນ້ອງ ອາຍຸ 22 ປີ.

ສາວແຝດນະຄອນຫຼວງວຽງຈັນ.ຜົນການຮຽນທີ່ຜ່ານມານັບແຕ່ປະຖົມ-ມັດທະຍົມຕອນປາຍ ແມ່ນປ່ຽນກັນໄດ້ອັນດັບທີ 1-2-3 ຢູ່ສະເໝີ ແລະ ໄດ້ຮັບໃບຍ້ອງຍໍຈາກໂຮງຮຽນໃນດ້ານການຮຽນທຸກໆເດືອນ, ເຊິ່ງໃນຕອນ ປ.5, ມ.4 ແລະ ມ.7 ພວກເຮົາໄດ້ເປັນຕົວເເທນຂອງໂຮງຮຽນໄປເສັງນັກຮຽນເກັ່ງ ສຳລັບ ຈ່ອຍ (ແຝດນ້ອງ) ຈະມັກໄປເສັງສາຍຄະນິດສາດ ສ່ວນ ຕຸ້ຍ (ແຝດເອື້ອຍ) ແມ່ນມັກໄປເສັງສາຍພາສາລາວ-ວັນນະຄະດີ.

ພວກເຮົາຈະມັກເລືອກນັ່ງຮຽນຢູ່ໂຕະໜ້າ, ຍາມຮຽນພະຍາຍາມຟັງອາຈານອະທິບາຍບົດຮຽນ, ຕັ້ງໃຈຈັບຈຸດສຳຄັນຂອງບົດຮຽນໃຫ້ໄດ້ ເມື່ອບໍ່ເຂົ້າໃຈບົດຮຽນພວກເຮົາແມ່ນໄດ້ຖາມອາຈານສະເໝີ. ສຳລັບການຮຽນຂອງເຮົາແມ່ນຈະເນັ້ນຮຽນແບບສົນທະນາກັນກັບໝູ່ຄູ່ ຫຼື ຮຸ່ນເອື້ອຍຮຸ່ນອ້າຍເປັນຕົ້ນ ແລະ ສິ່ງສຳຄັນພວກເຮົາມີຄວາມກຽມພ້ອມໃນການຮ່ຳຮຽນຢູ່ສະເໝີ.

ພວກເຮົາສອງຄົນຮູ້ສຶກຍິນດີນຳກັນ ແລະ ຮູ້ສຶກດີໃຈແຮງ (ເປັນຄວາມຮູ້ສຶກດີໃຈແບບຄູນສອງເລີຍ) ທີ່ຄວາມຕັ້ງໃຈ, ຄວາມພະຍາຍາມຂອງເຮົາສອງຄົນໄດ້ປະສົບຜົນສຳເລັດເປັນຮູບປະທຳແລ້ວ ກໍຄືໄດ້ຮັບໃບປະກາດສະນີຍະບັດແດງ (ກຽດນິຍົມ) ພ້ອມກັນ.

ສອງແຝດແມ່ນ ຈົບການສຶກສາລະດັບປະລິນຍາຕີ ສາຂາການຄ້າ ພາກວິຊາການຄ້າ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ.
Facebook: Tui Natdaphone ແລະ Joy Natdapha

.

ຂໍຂອບໃຈບົດສຳພາດໂດຍ ສອງແຝດ ນ້ອງຕຸ້ຍ ແລະ ນ້ອງຈ່ອຍ
ສຳພາດໂດຍ: Cat_Meo_ManU
ຈາກ: Lao X

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.