ເປີດນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊີນກັນພະຍາດໂ ຄ ວ ິ ດ ຢ່າງເປັນທາງການ

0
142

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ໃນວັນທີ 22 ຕຸລາ 2021 ໄດ້ມີພິທີເປີດການນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊີນກັນພະຍາດໂຄວິດ-19 ຢ່າງເປັນທາງການ ຂຶ້ນທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.

ລະບົບດັ່ງກ່າວຖືກພັດທະນາໂດຍ ກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ເຊິ່ງຈະເປັນບາດກ້າວສໍາຄັນໃນການຮັບປະກັນວ່າບັດຢັ້ງຢືນການຮັບວັກຊີນຈະແມ່ນບັດແທ້ ແລະ ສາມາດກວດສອບຜ່ານທາງດີຈິຕ້ອນໄດ້.


ສໍາລັບຜູ້ທີ່ຮັບບໍລິການວັກຊີນ, ຂໍ້ມູນສ່ວນຕົວ ແລະ ຂໍ້ມູນກ່ຽວກັບວັກຊີນຈະຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນສໍາລັບວັກຊີນກັນພະຍາດໂຄວິດ-19. ຈາກນັ້ນ ລະຫັດ QR ຈະຖືກສ້າງຂຶ້ນ ແລະ ພິມລົງໄປດ້ານຫຼັງຂອງບັດຢັ້ງຢືນການຮັບວັກຊີນ.


ພິທີດັ່ງກ່າວໄດ້ຮັບກຽດເຂົ້າເປັນປະທານໂດຍ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ດຣ ຈັນສາລີ ພົມມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ດຣ ວຽງຂັນ ພິໄຊ ຮອງຫົວໜ້າສູນສຸຂະພາບແມ່ ແລະ ເດັກ ແລະ ທ່ານ ໂຣລັນ ດີລິບຄູມາ ເຮັນສມັນ, ວິຊາການຊ່ຽວຊານຈາກ ອົງການອະນາມາໂລກ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.