ເກີດແຜ່ນດິນໄຫວຢູ່ 2 ຄັ້ງ ແຮງສັ່ນສະເທືອນ 2.5 ຣິກເຕີ ແລະ 2.4 ຣິກເຕີ ຢູ່ແຂວງອຸດົມໄຊ ແລະ ໄຊຍະບູລີລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 02 ຄັ້ງ, ໃນບໍລິເວນ ແຂວງ ອຸດົມໄຊ ແລະ ແຂວງ ໄຊຍະບູລີ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
ໃນວັນທີ 21 ຕຸລາ ເວລາ 21:28:00, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານ 20.838°N ແລະ ເສັ້ນແວງທີ່ 101.731°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.5 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ພູຂົວ ເມືອງ ນາໝໍ້ ແຂວງ ອຸດົມໄຊ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ນາໝໍ້ ປະມານ 12 Km.
ໃນວັນທີ 22 ຕຸລາ ເວລາ 02:14:18, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານ19.505°N ແລະ ເສັ້ນແວງທີ່ 101.305°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2,4 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ບ້ານ ເສົາດຽວ ເມືອງ ໄຊສະຖານແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ໄຊສະຖານ ປະມານ 14 Km.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.