ແມ່ຮ້ອງໄຮ້ໜັກລູກຊາຍໄວ8ປີຖືກຜົວໃໝ່ຕົນມັດແລະຕີຈົນເສຍຊີວິດ

0
215

ແມ່ຮ້ອງໄຮ້ໜັກລູກຊາຍໄວ8ປີຖືກຜົວໃໝ່ຕົນມັດແລະຕີຈົນເສຍຊີວິດ

ແມ່ຮ້ອງໄຫ້ໜັກ ຖືກນ້ອງຊາຍຕົບໜ້າເພື່ອນບ້ານດ່າ ຈາກກໍລະນີເດັກຊາຍຊື່ ເອ ອາຍຸ8ປີຖືກທ້າວ ວິລັດ (ພໍ່ລ້ຽງ) ໃຊ້ສາຍເຄເບິ້ນ ມັ ດ ມືໄວ້ກັບຂື່ເຮືອນແລະຂ້ຽນຕີ ດ້ວຍສາຍໄຟຈົນເດັກໝົດສະຕິແລ້ວກໍ່ເສຍຊີວິດຫຼັງຈາກພາສົ່ງໂຮງໝໍ.ໃນຊ່ວງຫົວຄ່ຳໃນມື້ກ່ອນທີ່ຜ່ານມາ ນາງ ຍຸວະດີ ແມ່ຂອງທ້າວເອ ເດີນທາງມາທີ່ວັດພ້ອມກັບລູກສາວກົກອາຍຸ 16ປີ ຫຼັງຈາກໃຫ້ການກັບເຈົ້າໜ້າທີ່

ທັນທີທີ່ນາງ ຍຸວະດີ ມາຮອດໄດ້ຖືກ ທ້າວ ທະນາກອນ ເຊິ່ງເປັນນ້ອງຊາຍແທ້ໆຕົບເຂົ້າໜ້າຢ່າງແຮງພ້ອມກັບຮ້ອງດ່າເອື້ອຍຕົນເອງທີ່ປ່ອຍໃຫ້ຫຼານຊາຍຖືກທຳຮ້າຍຈົນເສຍຊີວິດ
ນອກຈາກນີ້ຍັງມີປ້າແດງເພື່ອນບ້ານມາຮ່ວມງານໄດ້ຮ້ອງດ່າອີກວ່າປ່ອຍໃຫ້ເຂົາທຳຮ້າຍລູກຕົນເອງໄດ້ແນວໃດ ບໍ່ອີຕົນລູກບໍ.

ເຫດການນີ້ແມ່ນເກີດຂຶ້ນທີ່ປະເທດໄທເອີ້ນໄດ້ວ່າເປັນເຫດການທີ່ສະເທືອນໃຈຫຼາຍຢາກໃຫ້ເຕືອນສະຕິທຸກຄົນທີ່ມີລູກຕິດແລະສ້າງຄອບຄົວໃໝ່ໃຫ້ໃສ່ໃຈແລະເບິ່ງແຍງລູກຢ່າງໃກ້ສິດດີໆ ນອກຈາກລູກຈະມີປົມແລ້ວຍັງສ່ຽງຕໍ່ການຖືກທຳຮ້າຍອີກ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.