ແມ່ຫອບລູກ 3ຄົນມາຖິ້ມໄວ້ນໍາພີ່ນ້ອງຜົວເກົ່າ ກ່ອນຂັບລົດໜີໄປກັບຜົວໃໝ່

0
188

ແມ່ຫອບລູກ 3ຄົນມາຖິ້ມໄວ້ນໍາພີ່ນ້ອງຜົວເກົ່າ ກ່ອນຂັບລົດໜີໄປກັບຜົວໃໝ່

ເປັນອີກເລື່ອງລາວທີ່ເກີດຂຶ້ນຢູ່ປະເທດໄທ ແຕ່ແອັດຢາກຍົກມາໃຫ້ທຸກຄົນໄດ້ຮູ້ນໍາກັນ ເປັນເລື່ອງຂອງແມ່ໄວ 30ປີ ຫອບລູກ 3ຄົນ ມາຖິ້ມໄວ້ເຮືອນພີ່ນ້ອງຂອງສາມີເກົ່າ ກ່ອນຂັບລີດໜີໄປພ້ອມສາມີໃໝ່ ອ້າງຈະໄປເຮັດວຽກກໍ່ສ້າງ ແລ້ວຈະກັບມາຮັບໃນວັນທີ 1 ພະຈິກນີ້.

ຜູ້ສື່ຂ່າວຂອງໄທລາຍງານວ່າ ໃນບ້ານຫີນຮົ່ມ ໝູ່ 2 ຕໍາບົນ ຄລອງຄຽນ ອໍາເພີຕະກົ່ວທອງ ຈັງຫວັດພັງງາ ວ່າມີຊາວບ້ານແຈ້ງວ່າມີຊາຍ-ຍີງ ພາເດັກຊາຍເດັກຍິງ ຈໍານວນ 3ຄົນ ມາປ່ອບຖິ້ມໄວ້ບໍລິເວນກຸ່ມບ້ານຄລອງທ່ອມ ຂອງບ້ານຫີນຮົ່ມ ໝູ່ 2 ຕໍາບົນຄລອງຄຽນ ທ່າມກາງການປະຕິເສດຂອງພີ່ນ້ອງພາຍໃນໝູ່ບ້ານ ຈຶ່ງນໍາສື່ມວນຊົນເຂົ້າກວດສອບ ຮູ້ວ່າເປັນເດັກຊາຍໄວ 15ປີ, ເດັກຍິງ ໄວ 5ປີ ແລະ ເດັກຊາຍ ໄວ 2ປີ ເຊິ່ງທັງໝົດເປັນເອື້ອຍອ້າຍນ້ອງ ພໍ່ແມ່ດຽວກັນ.

ໂດຍທາງນາຍບ້ານ ໄດ້ສອບຖາມນາງມາຣຽມ ອາຍຸ 44ປີ ຮູ້ວ່າຝ່າຍຍິງທີ່ເອົາລູກມາຖິ້ມໄວ້ນັ້ນອາຍຸ 30ປີ ເປັນພັນລະຍາຂອງນ້ອງຊາຍ ຊື່ທ້າວສົມປອງ ອາຍຸ 34ປີ ຊາວຣະນອງ ໄດ້ເລີກກັບພັນລະຍາ ຄືນາງນີ້ ໄປດົນປະມານ 1ປີແລ້ວ ໂດຍທັງຄູ່ມີລູກນໍາກັນ 4ຄົນ ເປັນຊາຍ 2 ຍິງ 2 ເມື່ອຊ່ວງ 3-4 ເດືອນຜ່ານມາ ທ້າວສົມປອງ ໄດ້ຫອບລູກສາວໄວ 12ປີ ເຂົ້າມາອາໄສໃນບ້ານຕົນເອງ ຈາກນັ້ນກໍ່ທໍາການປະມົງຫາກິນຢູ່ແຖວນັ້ນຕົນຮອດປັດຈຸບັນ.

ນອກຈາກນີ້ຍັງມີຜູ້ເຫັນເຫດການ ເລົ່າໄວ້ວ່າ: ຊ່ວງເວລາປະມານ 23:00 ວັນທີ 17 ຕຸລາ 2021 ຂະນະທີ່ທ້າວສົມປອງອອກເຮືອຫາປາຕັ້ງແຕ່ຊ່ວງແລງ ນາງບີ້ພ້ອມສາມີໃໝ່ ໄດ້ນໍາລູກໆຂອງທ້າວສົມປອງ ແລະ ນາງບີ້ ພ້ອມກະເປົາເດີນທາງ ກະເປົາເສື້ອຜ້າ ເຂົ້າມາພາຍໃນບ້ານ ເພື່ອໃຫ້ພີ່ນ້ອງລ້ຽງດູ ຂະນະທີ່ຝ່າຍພີ່ນ້ອງກໍ່ປະຕິເສດບໍ່ຮັບລ້ຽງ ຈົນເກີດມີປາກສຽງກັນ.

ທັ້ງນີ້ ນາງບີ້ ແລະ ສາມີໃໝ່ ແມ່ນໄດ້ຂັບລົດຫຼົບໜີຂາກໝູ່ບ້ານ ບໍ່ສົນໃຈຄໍາປະຕິເສດຂອງພີ່ນ້ອງ ແລະ ຖິ້ມລູກໆໄວ້ ເຮັດໃຫ້ຊາວບ້ານໄດ້ແຈ້ງທາງເຈົ້າໜ້າທີ່ໃນພື້ນທີ່ເຂົ້າມາໃຫ້ຄວາມຊ່ວຍເຫຼືອ ໂດຍນໍາເຕັ້ນມາໃຫ້ເດັກນ້ອຍໄດ້ພັກເຊົາ ທ່າມກາງຄວາມຢ້ານກົວຂອງຊາວບ້ານ ຫວັ່ນວ່າເດັກໆເຫຼົ່ານີ້ຈະນໍາເຊື້ອໂຄວິດ-19

ຈາກຕ່າງຈັງຫວັດເຂົ້າມາໃນພື້ນທີ່.ແນວໃດກໍ່ຕາມ ດ້ານທ້າວສົມປອງ ຜູ້ເປັນພໍ່ ເວົ້າວ່າ ນາງບີ້ໄດ້ແຈ້ງຈະນໍາລູກໆມາໃຫ້ຕົນເອງລ້ຽງທັງໝົດ ແຕ່ຕົນເອງແຈ້ງວ່າ ບ້ານທີ່ຢູ່ຕອນນີ້ບໍ່ແມ່ນຂອງຕົນເອງ ຈຶ່ງບໍ່ຢາກໃຫ້ຍ້າຍທັງໝົດມາ ແຕ່ເມື່ອນໍາລູກໆມາຖິ້ມໄວ້ແບບນີ້ກໍ່ເປັນໜ້າທີ່ຂອງຕົນທີ່ຕ້ອງລ້ຽງທັງໝົເໄວ້ໃນຄວາມດູແລ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.