ຈັກສິຫົວຫຼືສິໄຫ້..!! ນ້ອງຊາຍເມົາ ແລ້ວລົ້ມໃສ່ກ້ວຍດ່າງ ລາຄາຫຼາຍລ້ານບາດ (ມີຄລິບ)ໃນປັດຈຸບັນພືດພັນ ແລະ ຕົ້ນໄມ້ທີ່ມີລັກສະນະແຕກຕ່າງ ບໍ່ວ່າຈະເປັນຮູບຮ່າງຫຼືສີສັນ ແມ່ນຈະມີລາຄາສູງພ້ອມທັງຫາຍາກ. ນອກຈາກຫາຍາກແລ້ວຕ້ອງດູແລໃຫ້ດີ ແລະ ວາງໃຫ້ຖືກຕຳແໜ່ງ ຖ້າບໍ່ດັ່ງນັ້ນອາດຈະເກີດເຫດການແບບນີ້.
ເຫດການນີ້ເກີດຂື້ນທີ່ປະເທດໄທ ໂດຍຜູ້ໃຊ້ເຟສບຸກຊື່ວ່າ Pake Puwadet Baramethanathon ໄດ້ໂພສເລື່ອງລາວທີ່ໜ້າຕົກໃຈປົນຕະຫຼົກວ່າ ລາວໄດ້ຊື້ກ້ວຍດ່າງມາ ແລ້ວຕັ້ງຕົ້ນໄມ້ໄວ້ໜ້າຂັ້ນໄດທາງເຂົ້າເຮືອນ ແຕ່ມີມື້ໜຶ່ງ ຢູ່ເຮືອນມີງານສັງສັນ ສະຫຼອງກັນມ່ວນຊື່ນເຮຮາ ແລ້ວນ້ອງຊາຍລາວບັງເອີນລົ້ມທັບກ້ວຍດ່າງຕົ້ນນີ້.
ແລະ ພາບຈາກກ້ອງວົງຈອນປິດສະແດງໃຫ້ເຫັນວ່າ ຫຼັງຈາກທີ່ນ້ອງຊາຍລຸກຂຶ້ນມາຈາກຕົ້ນກ້ວຍດ່າງຕົ້ນນີ້ ກໍໄດ້ເຮັດໜ້າຕາ ທ່າທາງໜ້າສົງໄສ ຍ້ອນຢ້ານອ້າຍຂອງຕົນເອງຮູ້ ເພາະວ່າກ້ວຍດ່າງຕົ້ນນີ້ມີລາຄາ 2 ແສນບາດ ຫຼື ປະມານ 60 ກວ່າລ້ານກີບ.
ແນວໃດກໍຕາມ ເຈົ້າຂອງກ້ວຍໄດ້ບອກວ່າ ລາວນັ່ງເບິ່ງທັງນ້ຳຕາ ແລະ ສຽງຫົວຂວັນ ລາວຍັງບອກອີກວ່າຢາກໃຫ້ເບິ່ງເປັນອຸທາຫອນ ຄວນຈັດວາງໃຫ້ມັນຖືກຕຳແໜ່ງ ເພາະເຫດການແບບນີ້ອາດເກີດຂຶ້ນກັບຕົວເຮົາເອງໄດ້.
ຈັກສິຫົວຫຼືສິໄຫ້..!! ນ້ອງຊາຍເມົາ ແລ້ວລົ້ມໃສ່ກ້ວຍດ່າງ ລາຄາຫຼາຍລ້ານບາດ (ມີຄລິບ)