ກະຊວງແຜນການ ແລະ ການລົງທຶນ ແລະ ອົງການອຸຍນີເຊັບ ໄດ້ຈັດພິທີເປີດໂຕແຜນງານການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ແຕ່ປີ 2022-2026 ຢ່າງເປັນທາງການໃນວັນທີ 19 ຕຸລາ 2021 ໃນຮູບແບບທາງໄກໂດຍມີ ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ເພຍ ບຣີໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ແມ່ນການສ້າງວິໄສທັດ ແລະ ເປົ້າໝາຍ ທີ່ສາມາດບັນລຸໄດ້ໃຫ້ກັບເດັກນ້ອຍລາວ. ແຜນງານນີ້ແມ່ນຜ່ານການຄົ້ນຄວ້າພິຈາລະນາເຖິງສະພາບການຂອງເດັກນ້ອຍ, ຄວາມຕ້ອງການ ແລະ ສິດທິຂອງພວກເຂົາ ແລະ ຍັງສ້າງຂຶ້ນບົນພື້ນຖານຜົນສໍາເລັດທີ່ບັນລຸໄດ້ໃນຊຸມປີທີ່ຜ່ານມາ ເພື່ອແກ້ໄຂສິ່ງທ້າທາຍໃໝ່ໆ ໃຫ້ບັນລຸຜົນໄດ້ຮັບສໍາລັບເດັກທຸກຄົນ, ໂດຍສະເພາະເດັກນ້ອຍທີ່ມີຄວາມສ່ຽງຫຼາຍທີ່ສຸດ.
ທ່ານນາງ ພອນວັນ ອຸທະວົງ ກ່າວວ່າ: “ແຜນງານການຮ່ວມມືສະບັບໃໝ່ນີ້ ຈະປະກອບສ່ວນເຂົ້າໃສ່ການບັນລຸວິໄສທັດຂອງພວກເຮົາທີ່ວ່າ ພາຍໃນປີ 2026 ເດັກນ້ອຍ ແລະ ແມ່ຍິງ ຢູ່ໃນ ສປປ ລາວ, ໂດຍສະເພາະຜູ້ທີ່ດ້ອຍໂອກາດ ແລະ ມີຄວາມສ່ຽງຫຼາຍທີ່ສຸດ, ມີສິດໃນການມີຊີວິດລອດ, ພັດທະນາເຕັມຄວາມສາມາດ ແລະ ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ມີຄວາມປອດໄພ. ຈຸດປະສົງຂອງແຜນງານນີ້ແມ່ນມີຄວາມສໍາຄັນຫຼາຍ ເມື່ອພວກເຮົາຄໍານຶງເຖິງຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ ໂຄວິດ-19 ແລະ ຜົນສະທ້ອນທີ່ມັນໄດ້ສ້າງໃນຊີວິດຂອງຄອບຄົວ, ເດັກ ແລະ ກໍ່ໃຫ້ເກີດມີຄວາມທຸກຍາກຫຼາຍຂຶ້ນ”.
ຂອບການຮ່ວມນີ້ ຊຶ່ງໄດ້ພັດທະນາຂຶ້ນຜ່ານຂະບວນການທີ່ມີສ່ວນຮ່ວມ ໂດຍການປຶກສາຫາລືຢ່າງເປີດກວ້າງກັບຫຼາກຫຼາຍພາກສ່ວນທີ່ກ່ຽວຂ້ອງ, ຈະສະໜັບສະໜູນແຜນຍຸດທະສາດຕ່າງໆ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວກັບເດັກໃນ ສປປ ລາວ ແລະ ໃນເວລາດຽວກັນກໍຈະຊ່ວຍແກ້ໄຂບັນຫາການຂາດເຂີນຫຼາຍໆມິຕິທີ່ເດັກກໍາລັງປະເຊີນຢູ່ ຊຶ່ງລວມມີ ບັນຫາດ້ານສຸຂະພາບ, ໂພຊະນາການ, ນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ, ການສຶກສາ ແລະ ການປົກປ້ອງທາງສັງຄົມ.
ແຜນງານການຮ່ວມມືສະບັບໃໝ່ນີ້ ຍັງສອດຄ່ອງກັບບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ຍັງໄດ້ກໍານົດຫຼາຍຂົງເຂດພັດທະນາເສດຖະກິດ-ສັງຄົມ ທີ່ ອົງການອຸຍນີເຊັບ ຈະໃຫ້ການສະໜັບສະໜູນໃນອີກ 5 ປີຕໍ່ໜ້າ.
ທ່ານນາງ ເພຍ ເຣເບນໂລ ບຣິໂຕ ກ່າວວ່າ: “ນັບຕັ້ງແຕ່ອົງການອຸຍນີເຊັບ ໄດ້ສ້າງຕັ້ງຫ້ອງການ ປະຈໍາຢູ່ ສປປ ລາວ ໃນປີ 1973, ພວກເຮົາໄດ້ເຮັດວຽກໂດຍມີກອບການຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ມາແລ້ວຫຼາຍຊຸດ ແລະ ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ການເປີດແຜນງານການຮ່ວມມືສົກປີ 2022-2026 ຈະເປັນການເສີມຂະຫຍາຍວຽກງານ ແລະ ການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ,”. ນອກຈາກນັ້ນ, ທ່ານ ຍັງໄດ້ເນັ້ນໃຫ້ຮູ້ວ່າ ເຖິງ ສປປ ລາວ ຈະມີການພັດທະນາຫຼາຍ, ແຕ່ຄວາມບໍ່ເທົ່າທຽມກັນຍັງສົ່ງຜົນກະທົບເຖິງຮູບແບບການດໍາລົງຊີວິດຂອງເດັກທີ່ເກີດໃໝ່ໃນ ສປປ ລາວ ຫຼື ຕັ້ງແຕ່ຍັງບໍ່ທັນເກີດ. “ນີ້ແມ່ນເຫດຜົນທີ່ວ່າເປັນຫຍັງຄວາມເທົ່າທຽມຈຶ່ງເປັນໜຶ່ງໃນຫຼັກການສໍາຄັນທີ່ໃຊ້ເຂົ້າໃນການພັດທະນາແຜນງານການຮ່ວມມືສະບັບໃໝ່ນີ້.”
ເພື່ອບັນລຸວິໄສທັດດ້ານສິດທິ ແລະ ສະຫວັດດີພາບຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ ພາຍໃນປີ 2026, ແຜນງານການຮ່ວມມືສະບັບໃໝ່ນີ້ ຈະເນັ້ນໜັກເປັນພິເສດຕໍ່ການສ້າງຄວາມເຂັ້ມແຂງໃຫ້ລະບົບ ຊຶ່ງເປັນບົດຮຽນຫຼັກທີ່ໄດ້ຮຽນຮູ້ຈາກແຜນງານການຮ່ວມມືສະບັບກ່ອນ ຊຶ່ງມັນສໍາຄັນເປັນຢ່າງຍິ່ງເມື່ອເວລາທີ່ ສປປ ລາວ ຈະກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະຄວາມເປັນປະເທດດ້ອຍພັດທະນາ. ເພື່ອຖືເອົາເດັກນ້ອຍເປັນໃຈກາງ, ອົງການອຸຍນີເຊັບຈະເຮັດວຽກຢ່າງໃກ້ຊິດກັບຫຼາຍພາກສ່ວນທີ່ສໍາຄັນ ລວມທັງ ເດັກນ້ອຍ ແລະ ຊາວໜຸ່ມ ໂດຍຜ່ານວິທີການເຜີຍແຜ່ ແລະ ການສື່ສານ. ອົງການອຸຍນີເຊັບຈະສືບຕໍ່ເຮັດໜ້າທີ່ເປັນກະບອກສຽງໃຫ້ແກ່ເດັກນ້ອຍ, ເຍົາວະຊົນ ແລະ ໄວໜຸ່ມ ແລະ ຈະຂະຫຍາຍການພົວພັນກັບພາກເອກະຊົນ, ຂະຫຍາຍການຮ່ວມມືກັບບັນດາຂະແໜງການຂອງລັດ ທີ່ນອກ ເໜືອຈາກຂະແໜງສັງຄົມ.
ແຜນງານການຮ່ວມມືສະບັບໃໝ່ນີ້ ຍັງໃຫ້ຄວາມສໍາຄັນກັບການປະຕິບັດງານທີ່ກ່ຽວຂ້ອງກັບການປ່ຽນແປງຂອງດິນຟ້າອາກາດ ດ້ວຍຄວາມເຂົ້າໃຈທີ່ວ່າ ວິກິດການປ່ຽນແປງຂອງດິນຟ້າອາກາດ ແມ່ນວິກິດການທີ່ສົ່ງຜົນກະທົບຕໍ່ສິດທິເດັກ. ການປ່ຽນແປງຂອງດິນຟ້າອາກາດສາມາດເວົ້າໄດ້ວ່າເປັນສິ່ງທ້າທາຍອັນໃຫຍ່ທີ່ສຸດຕໍ່ກັບ ການຊົມໃຊ້ສິດທິຂອງເດັກ ແລະ ເປັນໄພຂົ່ມຂູ່ທີ່ສາມາດລົບກວນຄວາມຄືບໜ້າໃນການປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍໃນຫຼາຍທົດສະວັດທີ່ຜ່ານມາ.