ຄົນດຸໝັ່ນບໍ່ເຄີຍອົດຕາຍ! ຄອບຄົວມີຢູ່ມີກິນຍ້ອນປູກຝັງລ້ຽງສັດ ອາຊີບລຽບງ່າຍແຕ່ສ້າງເງິນເປັນກອບເປັນກໍາ

0
224

ການປູກຝັງ-ລ້ຽງສັດເປັນອີກອາຊີບໜຶ່ງທີ່ພາໃຫ້ຄອບຄອບມີລາຍຮັບ ແລະ ຊີວິດນັບມື້ດີຂຶ້ນ ແລະ ມີລາຍຮັບຕະຫຼອດລະດູການ. ດັ່ງຄອບຄົວ ຂອງ ທ່ານ ວົງຄໍາ ແສງຄໍາຍອງ ແລະ ນາງ ຄໍາຫຼ້າ ທອງສະບາ ປະຊາຊົນ ບ້ານ ອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍ່ເປັນອີກຄອບຄົວໜຶ່ງທີ່ມີຄວາມຕັດສິນໃຈສູງ ເພື່ອຫັນຈາກອາຊີບຂົວທາງມາເປັນອາຊີບການປູກຝັງ-ລ້ຽງສັດແບບປະສົມປະສານ ຢູ່ ບ້ານ ແລ້ງ ເຂດອ່າງນໍ້າຕິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ຍ້ອນຄວາມຮັກມັກ ເຊິ່ງການເຮັດການການປູກຝັງລ້ຽງສັດແບບປະສົມປະສານ ແມ່ນເລີ່ມແຕ່ປີ 2018 ເປັນຕົ້ນມາ ໃຊ້ເນື້ອທີ່ ປະມານ 5 ເຮັກຕາ ໃນການປູກຝັງ-ລ້ຽງສັດຜະລິດເປັນສິນຄ້າແບບປະສົມປະສານ ປູກປະເພດ ໝາກພ້າວ 500ຕົ້ນ, ໝາກທັນ 135 ຕົ້ນ,ກ້ວຍ 500 ຕົ້ນ, ອາໂວກາໂດ້ 80ຕົ້ນ, ໝາກຫຸງ 200ຕົ້ນ,ໝາກກ້ຽງ 100 ຕົ້ນ, ໝາກມ່ວງ 200 , ໝາກມີ້ 200 ແລະ ປະເພດວາຍຂົມ 1.900 ຕົ້ນ ແລະ ອື່ນໆລວມຈຳນວນ 34 ຊະນິດ.

ທ່ານໄດ້ກ່າວຕື່ມວ່າ: ຕິດພັນກັບການປູກຝັງແບບປະສົມປະສານແລ້ວ ຍັງໄດ້ລ້ຽງສັດເຊັ່ນ ງົວ, ແບ້, ກະຕ່າຍ, ເຜິ້ງໂກນ, ສັດປີກປະເພດ ເປັດ-ໄກ່,ລ້ຽງປາ ໂດຍໃຊ້ການລົງທຶນ ຈັດຊື້ກ້າເບ້ຍໄມ້,ຄ່າວັດສະດຸ, ອຸປະກອນ ແລະ ຄ່າຈັດຈ່າງແຮງງານ ປະຊາຊົນ ນັບແຕ່ເລີ່ມຕົ້ນຈົນເຖິງປະຈຸບັນນີ້ 200 ກວ່າລ້ານກີບ.

ທ່ານກ່າວຕື່ມວ່າ: ຖ້າຫາກວ່າຜົນຜະລິດທີປູກຫາກເກີດດອກອອກຜົນ ໄດ້ຂາຍອອກທຸກຊະນິດທີ່ປູກແລ້ວ ຈະສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ປະມານ 100 ລ້ານ – 200 ລ້ານ ກີບຕໍ່ປີ, ສວນການຂາຍນັ້ນ ສ່ວນຫຼາຍແມ່ຄ້າມາຊື້ກັບສວນ ຫຼື ໂທສັ່ງ ແລະ ສົ່ງເຖິງທີ.

ທ່ານ ນາງ ຄຳຫຼ້າ ທອງສະບາ ຄອບຄົວຂອງ ທ່ານ ວົງຄຳ ແສງຄຳຍອງ ກ່າວເພີ່ມຕື່ມວ່າ ການປູກຝັງລ້ຽງສັດແບບປະສົມປະສານຢູ່ບໍລິເວນນິ້ແມ່ນມີຄວາມເໝາະສົມຫຼາຍເພາະສວນຂອງພວກເຮົາແມ່ນຕັ້ງຢູ່ບໍລິເວນອ້ອມຮອບດ້ວຍອ່າງນໍ້າຕິນ ເໝາະແກ່ການບໍລິການດ້ານການທ່ອງທ່ຽວທາງທຳມະຊາດ ພາຍໃນສວນ ພືດພັນທັນຍາຫານ ໃນການພັກຜ່ອນ ຂອງພະນັກງານທະຫານຕຳຫຼອດ ນັກທຸລະກິດຜູ້ປະກອບການ ທີ່ມັກແບບທຳມະຊາດ.

ພ້ອມນັ້ນ ສວນຂອງພວກເຮົາຍັງຈະສ້າງເປັນບ່ອນຖອດຖອນບົດຮຽນໃຫ້ແກ່ຊາວກະສິກອນທັງພາຍໃນແຂວງ ແລະ ຕ່າງແຂວງ ທີ່ສົນໃຈແລກປ່ຽນບົດຮຽນໃນການປູກແບບປະສົມປະສານ,ທ່ານກ່າວຕື່ມວ່າ: ຂໍ້ດີຂອງການປູກແບບປະສົມປະສານແມ່ນເຮົາສາມາດຂາຍຜົນລະປູກໄດ້ທຸກຕາມລະດູການຂອງຜົນລະປູກ ແລະ ຕອບສະໜອງຕະຫຼາດໄດ້ຕາມການບໍລິໂພກ.

ນອກຈາກນີ້ ກໍ່ມີຂໍ້ຫຍຸ້ງຍາກບາງຢ່າງທີ່ຂາດເຂີນ ເນື່ອງຈາກຮູ້ທີໄດ້ມາໃນການເຮັດສວນ ສ່ວນຫຼາຍແມ່ນຮຽນຮູ້,ເບິ່ງທາງຊ່ອງຢູທູບທັງພາຍໃນ ແລະ ຕ່າງປະເທດ ເຮັດຍ້ອນຄວາມຮັກມັກລອງຜິດລອງຖືກ,ພ້ອມນັ້ນດ້ານທຶນຮ່ອນແມ່ນມີຈຳກັດ ຄວາມຮູ້ປະສົບການບໍ່ມີ,ດັ່ງນັ້ນ ຂໍໃຫ້ພັກ-ລັດຂັ້ນເທິງ,ໜ່ວຍງານທີກ່ຽວຂ້ອງລົງຊຸກຍູ້ໃຫ້ການແນະນຳຕິດນິດດ້ານວິຊາການແນໃສ່ເຮັດໃຫ້ການປູກຝັງລ້ຽງສັດແບບປະສົມປະສານຂອງພວກເຮົານັບມື້ມີການພັດທະນາດີຂຶ້ນເປັນກ້າວໆ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.