ຄຳຫຍາດນ້ຳຂໍອະໂຫສິກຳຕໍ່ເຈົ້າກຳນາຍເວນ ກຳໃດໆທີ່ຂ້າພະເຈົ້າໄດ້ລ່ວງເກີນ

0
93

ຄຳຫຍາດນ້ຳຂໍອະໂຫສິກຳຕໍ່ເຈົ້າກຳນາຍເວນ ກຳໃດໆທີ່ຂ້າພະເຈົ້າໄດ້ລ່ວງເກີນກາຍະກຳມັງ ວະຈີກຳມັງ ມະໂນກຳມັງ ສັນຈິຈະກຳມັງ ອະສັນຈິຈະກຳມັງ ຂະມັນຕຸ ເມ ອະໂຫສິກຳມັງ ພະວະຕຸເມກຳໃດໆ ທີ່ຂ້າພະເຈົ້າໄດ້ລ່ວງເກີນແກ່ຜູ້ໃດ ໂດຍຕັ້ງໃຈກໍ່ດີ ບໍ່ໄດ້ຕັ້ງໃຈກໍ່ດີ ຈົ່ງຍົກໂທດໃຫ້ເປັນອະໂຫສິກຳແກ່ຂ້າພະເຈົ້າ

ກຳໃດ ທີ່ຜູ້ໃດກະທຳແກ່ຂ້າພະເຈົ້າ ຂ້າພະເຈົ້າອະໂຫສິກຳໃຫ້ ຍົກຖະວາຍເປັນອະໄພທານ ຈະໄດ້ບໍ່ມີເວນກຳຕໍ່ກັນຕະຫຼອດໄປຫາກມີຜູ້ໃດເຄີຍສ້າງເວນສ້າງກຳກັບຂ້າພະເຈົ້າ ບໍ່ວ່າຈະຊາດໃດພົບໃດກໍ່ຕາມ ຂ້າພະເຈົ້າຍິນດີອະໂຫສິກຳໃຫ້ ຂໍຖອນຄວາມພະຍາບາດ ຄວາມອາຄາດ ແລະ ຄຳສາບແຊ່ງໃນທຸກຊາດທຸກພົບ ຂໍໃຫ້ພົ້ນຈາກນາຮົກທັງປວງ

ຂໍບຸນບາລະມີໃນອະດີດຕະການທີ່ຂ້າພະເຈົ້າໄດ້ສ້າງມາ ຈົ່ງສົ່ງຜົນໃຫ້ຂ້າພະເຈົ້າ ຕະຫຼອດຈົນເຖິງບໍລິວານທີ່ກ່ຽວຂ້ອງ ຈົ່ງຈະເລີນດ້ວຍ ອາຍຸວັນນະ ສຸຂະ ພະລະ ສະຕິ ປັນຍາ ຈິດໃຈ ໂລກໄພໃດໆ ແລະ ອຸປະສັກໃດໆ ຂໍໃຫ້ມະລາຍສິ້ນໄປ ຂໍໃຫ້ຂ້າພະເຈົ້າມີຄວາມສະຫວ່າງທາງໂລກ ແລະ ທາງທຳ…

ນິພົບພານະ ປັດຈະໂຍ ໂຫຕຸ. ສາທຸ ສາທຸ ສາທຸ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.