ໃນວັນທີ 18 ຕຸລາ 2021 ນີ້, ສະຫາຍ ພັນໂທ ນາງ ແສງຈັນ ຜາຍຕ້າຍຄໍາ ຫົວໜ້າພະແນກ ຈຸລິນຊີ ວິທະຍາ ສະຖະບັນກັນພະຍາດ ສົ່ງເສີມສຸກຂະພາບກອງທັບ ພ້ອມດ້ວຍທີມງານແພດທີ່ໄດ້ຮັບການແຕ່ງຕັ້ງປະຈໍາພາກສະໝາມໄດ້ລົງກວດເຊື້ອອາການແຜ່ລະບາດໂຄວິດ 19 ມີພະນັກງານ-ນັກຮົບ ພ້ອມດ້ວຍຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ແສງຈັນ ຜາຍຕ້າຍຄໍາ ຫົວໜ້າພະແນກ ຈຸລິນຊີ ວິທະຍາ ສະຖະບັນກັນພະຍາດ ສົ່ງເສີມສຸກຂະພາບກອງທັບ ໃຫ້ການສຳພາດຕໍ່ນັກຂ່າວພວກເຮົາວ່າ: ໂດຍປະຕິບັດສຶບຕໍ່ສະກັດກັ້ນການແຜ່ລະບາດໂຄວິດ 19 ຂອງນາຍົກລັດຖະມົນຕີ ແລະ ເພີ່ມທະວີເອົາໃສ່ຢ່າງເຂັ້ມງວດ ເວົ້າລວມ ເວົ້າສະເພາະ ສູນກັກກັນຈໍາກັດບໍລິເວນຫຼັກ 27 ແມ່ນສູນໜຶ່ງທີ່ໃສ່ຈຳກັດ ກັກກັນບໍລິເວນເພື່ອຕິດຕາມຜູ້ທີ່ມີຄວາມສຽງໃນການຕິດເຊື້ອໂຄວິດ 19 ເຊິ່ງ ລັດຖະບານໄດ້ມອບໃຫ້ກະຊວງປ້ອງກັນປະເທດເປັນ
ຜູ້ຄຸ້ມຄອງ ແລະ ໄດ້ເປີດນຳໃຊ້ມາແຕ່ເດືອນມີນາ ປີ 2021 ເປັນຕົ້ນມາໄລຍະຜ່ານມາມີຜູ້ທີ່ໄດ້ມາຜ່ານສູນຈໍາກັດບໍລິເວນແຫ່ງນີ້ ສ່ວນຫຼາຍຜູ້ທີ່ມາຈໍາກັດບໍລະເວນສູນນີ້ແມ່ນແຮງງານທີ່ມາຈາກຕ່າງປະເທດ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ 19 ນັ້ນໜ່ວຍງານສະເພາະກິດຂອງກະຊວງປ້ອງກັນປະເທດຈຶ່ງໄດ້ມອບໝາຍໜ້າທີ່ໃຫ້ສະຖະບັນກັນພະຍາດ ສົ່ງເສີມສຸກຂະພາບກອງທັບລົງໃກ້ສິດຕິດຕາມກວດກາເຊື້ອໃນແຕ່ລະວັນປະຈຳຢູ່ສູນກັກກັນຈຳກັດບໍລິເວນ ຫຼັກ 27.
ສະຫາຍ ພັນໂທ ນາງແສງຈັນ ຜາຍຕ້າຍຄໍາ ຫົວໜ້າພະແນກ ຈຸລິນຊີ ວິທະຍາ ສະຖະບັນກັນພະຍາດ ສົງເສີມສຸກຂະພາບກອງທັບ ໃຫ້ກາສຳພາດຕໍ່ນັກຂ່າວພວກເຮົາວ່າ : ໂດຍອີງໃສ່ມາດຕະການໃນການປ້ອງກັນຕົນເອງ ແລະ ຂອງທ່ານໝໍແລ້ວເພື່ອບໍໃຫ້ມີຄວາມສຽງໃນການຕິດເຊື້ອແລ້ວໃນການປະຕິບັດໜ້າທີ່ໃກ້ສິດກັບຜູ້ຕິດເຊື້ອ ແລະ ຈຳກັດ
ບໍລິເວນ ທ່ານ ໝໍຈະໄດ້ປະຕິບັດຕາຫຼັກການ ການປ້ອງກັນຢ່າງເຂັມງວດ ດ້ວຍນ້ຳໃຈ ແລະ ຈັນຍາບັນຂອງແພດປະຕິວັດເຖິ່ງວ່າຕົວເລກຜູ້ຕິດເຊື້ອຈະເພີ່ມຂື້ນໃນແຕ່ລະວັນກໍ່ຕາມບໍ່ວ່າຈະຢູ່ສູນຫຼັກ 27 ກໍ່ຄືສູນ ແລະ ໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດທ່ານໝໍກໍ່ຈະເຮັດໜ້າທີ່ເບີ່ງແຍງດູແລຜູ້ຕິດເຊື້ອ ແລະ ຜູ້ທີ່ກໍາລັງຕິຕາມອາກາດ້ວຍຄວາມບາກບັນດ້ວຍຄວາມຮັບຜິດຊອບສູງທີ່ການຈັດຕັງ ພັກ-ລັດ ມອບໃຫ້ມີຜົນຢ່າງຈົບງາມ.
ພາບ-ຂ່າວ : ເກນ ວິໄລສານ