ອິຕົນເດ! ພົບແລ້ວ 5ສົບທີ່ສູນຫາຍໃນເຫດເຮືອຫຼົ້ມຢູ່ອ່າງນໍ້າໄຜ່ ບໍ່ລອດຈັກຄົນຊໍ້າ

0
318

ຈາກເຫດການ ເຮືອຕໍາກັນຈົນເປັນເຫດໃຫ້ເຮືອຫຼົ້ມຢູ່ກາງອ່າງນໍ້າໄຜ່ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໃນວັນທີ 13 ຕຸລາ 2021 ເຮັດໃຫ້ມີຜູ້ສູນຫາຍຈາກເຫດການຕັ້ງນີ້ 5 ຄົນ, ຫຼ້າສຸດ ພົບໝົດແລ້ວ ແຕ່ກາຍເປັນຮ່າງໄຮ້ລົມຫາຍໃຈທັງ 5ຄົນເລີຍ ຂໍສະແດງຄວາມເສຍໃຈນໍາ.

ໃນວັນທີ 17 ຕຸລາ2021ເວລາປະມານ6ໂມງ ຕອນເຊົ້າ ການຈັດຕັ້ງຂັ້ນເມືອງ, ອ້າຍນ້ອງທະຫານກອງພັນ468, ການຈັດຕັ້ງທຸກພາກສ່ວນຂອງບ້ານ ແລະ ຍາດພີ້ນ້ອງ ໄດ້ຄົ້ນພົບເຫັນ2ສົບ ຟູຂຶ້ນມາໜ້ານ້ຳ ແມ່ນ ນາງ ວຽງ ອາຍຸ 55 ປີ ຜູ້ເປັນແມ່ດອງ ພົບເຫັນໄກຈາກຈຸດເກີດເຫດປະມານ 20 ແມັດ ແລະ  ນາງ ສອນ ອາຍຸ21ປີ ເປັນລູກໄພ້ ພົບເຫັນໄກຈາກຈຸດເກີດເຫດປະມານ 200 ກວ່າແມັດ.

ຕໍ່ມາໃນຕອນແລງຂອງມື້ດຽວກັນພົບເຫັນ ສົບ ທ້າວ ທອງພັນ ອາຍຸ 63 ປີ ຜູ້ເປັນພໍ່ ແລະ ນາງ ເດັກ ອາຍຸ 28 ປີ ຜູ້ເປັນລູກ ຟູຂື້ນມາ ຢູ່ຈຸດເຮືອຫຼົ້ມ ແລະ ໃນຕອນເຊົ້າ ມື້ນີ້ ເປັນມື້ທີ່5 ຈາກການເກີດອຸບັດຕິເຫດເຮືອຫຼົ້ມໃນວັນທີ 13ຕຸລາຜ່ານມາ ໄດ້ພົບເຫັນອີກ 1ສົບ ສຸດທ້າຍ ຄື ທ້າວ ດວງ ອາຍຸ 22 ປີ ຊື່ງພົບເຫັນໄກຈາກຈຸດເກີດເຫດ ປະມານ100ກວ່າແມັດ.

ທັງໝົດການຈັດຕັ້ງບ້ານ, ຍາດຕິພີ່ນ້ອງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມ ໄດ້ເຮັດພິທີຮີດຄອງທາງສາສະໜາຢູ່ທີ່ແຄມອ່າງນ້ຳໄຜ່ໃກ້ຈຸດເກີດເຫດເປັນທີ່ຮຽບຮ້ອຍແລ້ວ ທ້າຍນີ້ຂໍສະແດງຄວາມເສົ້າສະຫຼົດໃຈເສຍໃຈມາຍັງຄອບຄົວຍາດພີ່ນ້ອງຜູ້ເສຍຊີວີດດ້ວຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.