ຄົນເກີດວັນຈັນ:ການງານຈະຈັບງານ ຫຼື ທຸລະກິດສິ່ງໃດໃນໄລຍະນີ້ຈະປະສົບຄວາມສຳເລັດດີ ມີຄວາມກ້າວໜ້າ ມີຄວາມສຳເລັດເກີນກວ່າທີ່ຄາດຫວັງ ການເງິນມີແຕ່ເລື່ອງຈ່າຍໃນໄລຍະນີ້ ພາລະທີ່ຕ້ອງຈ່າຍໃນໄລຍະນີ້ມີຫຼາຍເປັນພິເສດ ຄວາມຮັກຍັງກັງວົນໃຈດ້ານຄວາມຮັກຄວາມສຳພັນ ເພາະຍັງບໍ່ໄດ້ຮັບຄວາມຊັດເຈນດ້ານຄວາມຮັກໃນໄລຍະນີ້
ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຂາວ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານເລື່ອງການງານພົບຄວາມວຸ່ນວາຍ ຊຶ່ງຕ້ອງໃສ່ໃຈໃນເລື່ອງລາຍລະອຽດໃຫ້ຫຼາຍກວ່ານີ້ເພື່ອຄວາມຜິດພາດໃນເລື່ອງການງານ ການເງິນພົບຄວາມກັງວົນໃຈກ່ອນ ແລ້ວຈຶ່ງຈະມີໂຊກໄດ້ເງິນເຂົ້າມາເພີ່ມເຕີມເພີ່ມຂຶ້ນກໍເປັນໄປໄດ້ ຄວາມຮັກຍັງຄົງປາດຖະໜາໃນເລື່ອງຄວາມຮັກທີ່ຈິງຈັງ ແລະຈິງໃຈ ແຕ່ກໍຍັງບໍ່ເປັນເຊັ່ນນັ້ນ ແລະ ໄລຍະນີ້ກໍຍັງມີເລື່ອງຂັດແຍ້ງກັບຄົນທີ່ຄົບຫາກັນຢູ່ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີເທົາ ເລກນຳໂຊກ6
ຄົນເກີດວັນພຸດ:ການງານຕ້ອງເດີນທາງເພື່ອຕິດຕໍ່ງານຄ່ອນຂ້າງເລື້ອຍໃນໄລຍະນີ້ ຈຶ່ງຄວນລະມັດລະວັງບໍ່ຄວນປະໝາດໃນການເດີນທາງ ການເງິນ ບໍລິຫານການໃຊ້ຈ່າຍ ການໃຊ້ເງິນໄດ້ຢ່າງເປັນໂຊກ ມີໂອກາດໄດ້ເງິນ ໄດ້ໂຊກເຂົ້າມາເພີ່ມເຕີມກໍເປັນໄປໄດ້ ຄວາມຮັກມີໂອກາດພົບຄູ່ ພົບຄົນທີ່ຖືກໃຈ ລາວເປັນຄົນອາຍຸຫຼາຍກວ່າ ຈິງຈັງ ຈິງໃຈ ທ່ານຈະນຳຄວາມຊ່ວຍເຫຼືອບາງຢ່າງມາໃຫ້ທ່ານ ເຄື່ອງມຸງຄຸນມໍລະກົດ ສີມຸງຄຸນສີຂຽວ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານຈະເຮັດວຽກສິ່ງໃດໃນໄລຍະນີ້ປະສົບຄວາມສຳເລັດຢູ່ໃນເກນທີ່ດີ ໂດຍສະເພາະດ້ານໄອທີ ດ້ານການທະນາຄານ ດ້ານວົງການບັນເທີງ ການເງິນ ໝຸນຫາໃຊ້ຈ່າຍດ້ານການເງິນໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກດີສະເໝີ ຄວາມຮັກມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນໄລຍະນີ້ ແຕ່ຄົນທີ່ເຂົ້າມາກໍຢາກຈະໃຫ້ທ່ານຊ່ວຍເຫຼືອບາງຢ່າງເຊັ່ນກັນ ເຄື່ອງມຸງຄຸນຄໍາສີມຸງຄຸນສີຟ້າ ເລກນຳໂຊກ7
ຄົນເກີດວັນສຸກ:ການງານຈະຈັບງານຫຍັງມີຄວາມສຳເລັດຢູ່ໃນເກນທີ່ດີ ມີຄົນໃຫ້ຄວາມຊ່ວຍເຫຼືອ ຫຼື ມີຄວາມກ້າວໜ້າທາງດ້ານທຸລະກິດການງານຢ່າງເຫັນໄດ້ແຈ້ງ
ການເງິນໄລຍະນີ້ຢູ່ໃນເກນຊົງຕົວກ່ຽວກັບເລື່ອງລາຍຮັບລາຍຈ່າຍ ຍັງບໍ່ມີຫຍັງປ່ຽນແປງປານໃດ ຄວາມຮັກໄລຍະນີ້ຍັງບໍ່ມີເວລາໃນການສື່ສານກັນປານໃດ ເພາະມີເລື່ອງທີ່ຕ້ອງໄປຈັດການອີກຫຼວງຫຼາຍ ຈຶ່ງຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຄຣີມ ເລກນຳໂຊກ1
ຄົນເກີດວັນເສົາ:ການງານເອກະສານສັນຍາເຮັດໃຫ້ເກີດຄວາມລ່າຊ້າ ເພື່ອນຮ່ວມງານຍັງໄວ້ໃຈບໍ່ໄດ້ ຈຶ່ງຕ້ອງເຮັດສິ່ງຕ່າງໆ ດ້ວຍຕົນເອງ ການເງິນມີໂຊກຈະໄດ້ເງິນເຂົ້າມາ ເປັນມື້ໂຊກດີຂອງທ່ານຫຼາຍໆ ມື້ໜຶ່ງເລີຍ ຄວາມຮັກຍັງເບິ່ງໆ ຢູ່ຫຼາຍກວ່າ ແລະຍັງບໍ່ຕັດສິນໃຈໃນໄລຍະນີ້ ແຕ່ທ່ານມີສະເນ່ ຈຶ່ງມີຄົນຍາກເຂົ້າມາເຮັດຄວາມຮູ້ຈັກຢູ່ຕະຫຼອດ
ເຄື່ອງມຸງຄຸນເພັດສີເຫຼືອງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5
ຄົນເກີດວັນອາທິດ:ການງານຈະເຮັດວຽກສິ່ງໃດໃນໄລຍະນີ້ຈະປະສົບຄວາມສຳເລັດ ບາງເທື່ອມີໄອເດຍແປກໃໝ່ໃນການສ້າງສັນທີ່ຈະເຮັດທຸລະກິດໃໝ່ໆ ການເງິນໄລຍະນີ້ຕ້ອງລະວັງໃນເລື່ອງການໃຊ້ເງິນ ແລະການໃຊ້ຈ່າຍ ຢ່າປະໝາດໃນເລື່ອງເຫຼົ່ານີ້ ໃຊ້ຄວາມປະຢັດຮ່ວມແດ່ຈະດີກວ່າ ຄວາມຮັກຍັງບໍ່ມີເວລາປານໃດໃນການທີ່ຈະໄປທຸ່ມເທໃຫ້ເລື່ອງຄວາມຮັກ ເມື່ອຄົບຫາໃຜໃນໄລຍະນີ້ກໍຈະເປັນແບບບໍ່ເປີດເຜີຍ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວ ເລກນຳໂຊກ5