RIP..ຢ່າຫາເຮັດ ໂຈນຕັດຮົ້ວເຂົ້າໄປລັກຕັດສາຍໄຟຟ້າ ທາງລົດໄຟ ແຕ່ຖືກໄຟຊັອດ ເສຍຊີວິດ

0
226

ຢ່າຫາເຮັດ ເປັນບົດຮຽນໃຫ້ເດີ ໂຈນທັງຫຼາຍ ໃນວັນທີ 17 ຕຸລາ 2021 ມີຄົນພົບຄົນເສຍຊີວິດ ຢູ່ຂ້າງທາງລົດໄຟ ຜ່ານການກວດສອບພົບວ່າ ເປັນຄົນບໍ່ຫວັງດີ ໄດ້ຕັດຮົ້ວເຫຼັກເຂົ້າໄປລັກຕັດສາຍໄຟຟ້າ ເສັ້ນທາງລົດໄຟ ລາວ-ຈີນ.


ແຕ່ຜູ້ກ່ຽວຖືກໄຟຊັອດຈົນເສຍຊີວິດ ຈຸດເກີດເຫດ ຢູ່ບ້ານແຈ້ງສະຫວ່າງ, ເມືອງນາຊາຍທອງ ລະຫ່ວາງ ບ້ານຫ້ວຍນ້ຳເຢັນ ຫາ ບ້ານແຈ້ງສະຫ່ວາງ.


ດັ່ງນັ້ນຂໍໃຫ້ທຸກຄົນຊ່ວຍກັນເປັນຫູເປັນຕາຊ່ວຍກັນ ລົດໄຟກຳລັງສິເປີດແລ້ວ ຍັງມີຄົນບໍ່ດີມາຫວັງທຳລາຍມ້າງເພສັບສິນຂອງລັດຢູ່ແບບນີ້, ແນວໃດບ້ານເມືອງສິຈະເລີນໄດ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.