ເລີ່ມແລ້ວ ສັນຍານເຕືອນຄົນຂີ້ລັກຕາມທາງລົດໄຟ

0
337

ທາງລົດໄຟແລ່ນໄດ້ດ້ວຍໄຟຟ້າ ບອກເລີຍວ່າຕະຫຼອດເສັ້ນທາງແມ່ນມີໄຟຟ້າສະຖິດຢູ່ ສະນັ້ນຢ່າເຮັດຫຍັງຄືນິໄສເດີມໆ ສຳລັບບັນດາໂຈນທີ່ຫວັງລັກເຫຼັກລັກໂລ ລັກເອົາສາຍໄຟໄປຂາຍແມ່ນບອກໄດ້ເລີຍຊີວິດຍັງຄ່ອຍວ່າກັນ.

ຕາມຂ່າວແຈ້ງໃນວັນທີ  17/10/2021 ໃຫ້ຮູ້ວ່າ: ປະຊາຊົນມາລັກຕັດສາຍໄຟຟ້າເສັ້ນທາງລົດໄຟລາວ-ຈີນ, ຈຸດບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ລະຫ່ວາງ ບ້ານຫ້ວຍນ້ຳເຢັນ ຫາ ບ້ານແຈ້ງສະຫວ່າງ, ຖືກໄຟຊ໋ອດຈົບຄາທີ່.


ຂະນະທີ່ທາງບໍລິສັດທາງລົດໄຟກໍ່ໄດ້ປະກາດແຈ້ງການແລ້ວວ່າ: ປະຈຸບັນ ທາງລົດໄຟລາວ-ຈີນ ໄດ້ປ່ອຍກະແສໄຟຟ້າແຮງສູງເພື່ອໃຊ້ໃນການຕິດຕັ້ງ, ທົດລອງອຸປະກອນ ແລະ ທົດລອງແລ່ນລົດໄຟ ເຊິ່ງຈະພາໃຫ້ສາຍໄຟ ແລະ ອຸປະກອນຕ່າງໆທີ່ເຊື່ອມຕໍ່ກັບທາງລົດໄຟທັງໝົດມີການຊັກນໍາໄຟຟ້າ.

ໂດຍສະເພາະແມ່ນລະບົບສາຍສົ່ງໄຟຟ້າເໜືອຫົວ ເຊິ່ງມີການຊັກນຳໄຟຟ້າແຮງສູງເຖິງ 27.5 KV ແລະ ມີຄວາມອັນຕະລາຍສູງ, ຖ້າໃຜສຳຜັດພຽງແຕ່ 3-4 ວິນາທີກໍອາດເຮັດໃຫ້ເສຍຊີວິດໄດ້ທັນທີ.


ສະນັ້ນ, ຈິ່ງຢາກແຈ້ງເຕືອນມາຍັງບັນດາພີ່ນ້ອງປະຊາຊົນທີ່ອາໄສຢູ່ຕາມແລວທາງລົດໄຟດັ່ງກ່າວ ໃຫ້ມີສະຕິ, ລະມັດລະວັງຕົວ, ຫ້າມບໍ່ໃຫ້ເຂົ້າໃກ້ບໍລິເວນທາງລົດໄຟໃນໄລຍະ 2 ແມັດເດັດຂາດ!
ຫວັງຢ່າງຍິ່ງຈະໄດ້ຮັບການຮ່ວມມືຈາກພໍ່ແມ່ປະຊາຊົນ ໃນການປະຕິບັດກົດລະບຽບການຄຸ້ມຄອງທາງລົດໄຟລາວ-ຈີນ ທີ່ວາງອອກຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.