ກົດໄລ້ ກົດແຊຣ໌ ດວງລາຍວັນ 17 ຕຸລາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
187

ຄົນເກີດວັນຈັນ:ການ​ງານ ຈະ​ພົບຮຸ້ນສ່ວນ​ທີ່​ດີ​ຮ່ວມຮຸ້ນທາງ​ທຸລະກິດເຂົ້າມາຮ່ວມວຽກງານນໍາ ການ​ເງິນ ​ຈະໄດ້ເງິນ​ກ້ອນ​ໃຫຍ່​ຈາກ​ການເຮັດ​ທຸລະກິດ ຄວາມ​ຮັກ ເກີດ​ຄວາມ​ຮູ້ສຶກເຄັ່ງ​ຄຽດ​ເລື່ອງ​ຄວາມ​ສຳພັນ ຕ້ອງລະວັງຄໍາເວົ້າ

ຄົນເກີດວັນອັງຄານ:ການ​ງານ ຈະ​ພົບ​ການ​ຍົກຍ້າຍການ​ປ່ຽນ​ແປງ​ໄດ້ວຽກ​ງານ​ທີ່​ໃໝ່ ການ​ເງິນ​ ໄລຍະ​ນີ້​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນຈະເປັນການດີ ຄວາມ​ຮັກ​ ພົບ​ຄົນທີ່​ມີ​ອາ​ຍຸ​ຕ່າງ​ກັນ​ທ່ານ​ ແຕ່ລາວຈະ​ນຳ​ຄວາມ​ສຸກ​ມາສູ່​ທ່ານ

ຄົນເກີດວັນພຸດ:ການ​ງານ​ ມີ​ຂ່າວ​ດີ​ອາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງຂອງວຽກງານທີ່ທ່ານໄດ້ຮັບຜິດຊອບ ການ​ເງິນ ທ່ານຈະເສຍ​ເງິນ​ຊື້​ເຟີນິເຈີ​ໃໝ່ເຂົ້າມາເຮັດໃຫ້ທ່ານອາດມີລາຍຈ່າຍເພີ່ມຂື້ນ ຄວາມ​ຮັກ ເກີດ​ບັນຫາ​ດ້ານ​ຄວາມ​ສຳພັນ ເພາະທ່ານທັງສອງບໍ່ມີເວລາໃຫ້ກັນເລີຍ

ຄົນເກີດວັນພະຫັດ:ການ​ງານ ການ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ອາດ​ເກີດ​ການ​ຜິດ​ພາດ ການ​ເງິນ ມີ​ຂ່າວ​ດີ​ດ້ານ​ການ​ເງິນ ແຕ່ກໍຈະມີການຈັບຈ່າຍສິ່ງຂອງທີ່ຍັງບໍ່ຈຳເປັນ ຄວາມ​ຮັກ ຈະພົບ​ຮັກ​ກັບ​ຄົົນທີ່​ມີ​ນິ​ໄສ​ດີອາດເປັນຄົນທີ່ທ່ານເອງກໍຮູ້ດີ

ຄົນເກີດວັນສຸກ:ການ​ງານ ລະ​ວັງ​ການເຮັດ​ທຸລະກິດ​ຜິດ​ພາດ​ເຮັດໃຫ້​ຂາດ​ທຶນ ການ​ເງິນ ​ເດີນທາງ​ໄກ​ແລ້ວ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາຊ່ວຍເຫຼືອທ່ານ ຄວາມ​ຮັກ ພົບ​ຮັກ​ທີ່​ດີ​ມີ​ຄວາມ​ສຸກແຕ່ໄລຍະນີ້ຄົນຮັກບໍ່ມີເວລາໃຫ້ທ່ານເລີຍ

ຄົນເກີດວັນເສົາ:ການ​ງານ​ ລະ​ວັງ​ການ​ເກີດ​ບັນຫາ​ຂັດ​ແຍ້ງ​ກັບຮຸ້ນສ່ວນໃນບ່ອນເຮັດວຽກ ການ​ເງິນ ທ່ານຈະເສຍ​ເງິນ​ຊ້ອມແປງບ້ານ​ຂອງທ່ານ​​ທີ່​ເກີດການເສຍຫາຍ ຄວາມ​ຮັກ ເກີດ​ຄວາມ​ສຸກ​ໃນ​ຊີວິດ​ຮັກ ເພາະຄົນຮັກກໍາລັງເອົາໃຈທ່ານຫຼາຍກວ່າປົກກະຕິໃນໄລຍະນີ້

ຄົນເກີດວັນອາທິດ:ການ​ງານ ພົບ​ວິທີ​ການເຮັດ​ທຸລະກິດ​ໂດຍ​ການ​ລົງ​ທຶນ​ນ້ອຍ​ແຕ່​ໄດ້​ກຳ​ໄລ​ງາມ ການ​ເງິນ ພົບ​ເຫດການ​ທີ່​ຕ້ອງ​ຈ່າຍ​ເງິນ​ກ້ອນ​ໃຫຍ່ອອກໄປຫຼາຍກວ່າທີ່ຜ່ານມາ
ຄວາມ​ຮັກ ປະຕິເສດ​ໃນ​ເລື່ອງ​ຮັກ ເພາະເປັນໄລຍະທີ່ທ່ານຄິດແຕ່ເລື່ອງວຽກງານຫຼາຍກວ່າເລື່ອງອື່ນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.