ວ້າວໆ ເຫັນແລ້ວຢາກໄປຂຶ້ນລົດໄຟທ່ຽວເໜືອແລ້ວ

0
182

ແອັດມິນສຶກສາ-ໄອທີໄດ້ນຳເອົາຂໍ້ມູນ ລົດໄຟຂະບວນທຳອິດມາຝາກເປັນຄ່າວໆແລ້ວ ມື້ນີ້ຈະພາທ່ານຜູ້ອ່ານມາເບິ່ງຄວາມງາມດ້ານໃນກ່ອນວ່າ ລົດໄຟຄວາມໄວສູງມັນເປັນແນວໃດ ລວມທັງລາຍລະອຽດຂອງລົດໄຟຂະບວນນີ້ ເມື່ອອ່ານແລ້ວຈະໄດ້ຫຼາຍຄຳຕອບເລີຍລະ.

ໂດຍລົດໄຟ EMU ເເມ່ນຜະລິດຮ່ວມໂດຍ ບໍລິສັດ ຮຸ້ນສ່ວນ ລົດໄຟ ສີ່ຝ່າຍ ຊິງເຕົາ ຈຳກັດ ເເລະ ບໍລິສັດ ລົດໄຟ ຕ່າລຽນ ຈຳກັດ ທັງສອງບໍລິສັດ ເເມ່ນຂຶ້ນກັບ ກຸ່ມບໍລິສັດລົດໄຟເເຫ່ງຊາດຈີນ, ເປັນຂະບວນລົດໄຟດ່ວນ EMU ທີ່ໃຊ້ຫົວຈັກລົດລາກແກ່ຂະບວນ, ເຊິ່ງເປັນຂະບວນ EMU ແບບລວມສູນທີ່ສາມາດບັນຊາຄວບຄຸມຂັບເຄື່ອນໄດ້ທັງສອງສົ້ນ.

ຂະບວນລົດນີ້ ເເມ່ນນຳໃຊ້ເຕັກນິກລົດໄຟຂະບວນ ຟູ່ຊິງຮ່າວ ຂອງ ສປ ຈີນ ເໝາະກັບສະພາບເເວດລ້ອມການຂົນສົ່ງຂ້າມເເດນ ເເລະ ສະພາບເງື່ອນໄຂຂອງເສັ້ນທາງ, ສາມາດຕອບສະໜອງຄວາມຕ້ອງການ ແລະຄວາມສະບາຍຂອງຜູ້ໂດຍສານ, ມີເຕັກນິກກ້າວໜ້າທີ່ໜ້າເຊື່ອຖືໄດ້, ບັນທຸກໂດຍສານໄດ້ຫຼາຍ, ຂັບຂີ່ສະບາຍ, ຕົ້ນທຶນບໍລິຫານດຳເນີນການຕໍ່າ.

ລະດັບມາດຖານ ເເລະ ຄຸນລັກສະນະຂອງລົດສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການດຳເນີນການເສັ້ນທາງລົດໄຟລາວ-ຈີນ ເຊິ່ງໃນນັ້ນ ເເບບຂອງຂະບວນລົດ ເເມ່ນມອບໃຫ້ ກຸ່ມບໍລິສັດ ທາງລົດໄຟເເຫ່ງຊາດຈີນ ເປັນຜູ້ເເຕ່ງຕັ້ງຄະນະຊ່ຽວຊານໃນການກວດກາຮັບຮອງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ເເຫ່ງ ສປປ ລາວ ເປັນຜູ້ຄົ້ນຄວ້າກຳນົດ.

ສ່ວນການຕັ້ງຊື່ຂະບວນລົດ “ລ້ານຊ້າງ” ເເມ່ນອິງໃສ່ຊື່ເກົ່າຂອງ ສປປ ລາວ ໃນອະດີດທີ່ເອີ້ນວ່າອານາຈັກ “ລ້ານຊ້າງ”, ມີຄວາມໝາຍດ້ານອານາຈັກເເຫ່ງເຈົ້າຊີວິດ ເເລະ ເເມ່ນໍ້າທີ່ໄຫຼຜ່ານດີນເເດນຂອງ ສປ ຈີນ ເເລະ ສປປ ລາວ ສະເເດງເຖິງ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ; ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເປັນຜູ້ຄົ້ນຄວ້າກຳນົດຊື່ຂະບວນລົດຄັ້ງປະຫວັດສາດນີ້.


ຮູບຊົງພາຍນອກຂອງຕົວລົດໄຟ EMU ຂະບວນ “ລ້ານຊ້າງ” ປະກອບດ້ວຍລວດລາຍທີ່ນຳໃຊ້ສີທຸງຊາດ ລາວ“ສີເເດງ, ສີຟ້າ, ສີຂາວ” ເຊິ່ງຖືກເອີ້ນວ່າ “ຄວາມສວຍງາມຂອງທຸງຊາດ”. ການຕົບແຕ່ງພາຍໃນຂອງຂະບວນລົດແມ່ນນຳໃຊ້ເເນວຄວາມຄິດຂອງ“ກິ່ນຫອມມີສະເໜດອກຈໍາປາ”,“ຄວາມງາມຂອງພູຜາແມ່ນໍ້າລຳເຊ”ແລະເຫັນໄດ້ດອກຈຳປາເເຕ່ລະດອກກຳລັງເບ່ງບານຢ່າງສວຍງາມ, ຖືເອົາລວດລາຍສີສັນຂອງດອກຈຳປາເປັນສີພື້ນເຊິ່ງມີຄວາມໝາຍສະເເດງເຖິງວິໄສທັດການດຳລົງຊີວິດຂອງປະຊາຊົນ ເເລະ ມິດຕະພາບອັນດີງາມ, ຂອງປະຊາຊົນສອງຊາດ ລາວ-ຈີນ.

ດ້ານໃນຂອງລົດຕົບເເຕ່ງດ້ວຍ “ຄວາມງາມຂອງພູຜາແມ່ນໍ້າລຳເຊ” ເເມ່ນຖືເອົາສີຂອງຜ້າໄໝລາວເປັນສີພື້ນ, ທີ່ໄດ້ລວບລວມເອົາຄວາມສວຍງາມດ້ານວັດທະນະທຳແລະຮີດຄອງປະເພນີຂອງປະຊາຊົນສອງ ຊາດ ລາວ-ຈີນ ເຂົ້າກັນຢ່າງກົມກຽວ.


ຂະບວນ“ລ້ານຊ້າງ” ສາມາດແລ່ນດ້ວຍຄວາມໄວສູງເຖິງ 160 ກມ/ຊມ, ປະກອບມີ 9 ຕູ້ ເຊິ່ງລວມມີ: ຫົວຈັກລົດໄຟ, ຕູ້ບ່ອນນັ່ງປະເພດໜຶ່ງ ແລະ ຕູ້ຫ້ອງອາຫານ ຢ່າງລະ 1 ຕູ້, ຕູ້ບ່ອນນັ່ງປະເພດສອງ 6 ຕູ້ ເຊິ່ງທັງໝົດສາມາດບັນຈຸຜູ້ໂດຍສານໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ, ຕູ້ບ່ອນນັ່ງປະເພດ 1 ແລະ ປະເພດ 2 ຂອງຂະບວນລົດໄຟມີຄວາມໂອ່ງໂຖ່ງກວ້າງຂວາງ ແລະ ສະດວກສະບາຍ, ຜູ້ໂດຍສານສາມາດປັບອຸ່ນຫະພູມເຄື່ອງປັບອາກາດໄດ້ຕາມຄວາມຕ້ອງການ, ການອອກແບບເບາະຕັ່ງນັ່ງແມ່ນຖືກຕາມຮູບຮ່າງສະລີລະຂອງຄົນ, ຢູ່ດ້ານລຸ່ມຂອງເບາະນັ່ງ ມີຮູປັກສຽບໄຟທີ່ສາມາດໃຊ້ໄດ້ກັບມາດຕະຖານປັກສຽບຂອງລາວ ແລະ ຈີນ.

ຕູ້ຫ້ອງອາຫານປະກອບດ້ວຍຕູ້ໂຊອາຫານ, ເຄື່ອງເຮັດກາເຟ, ໄມໂຄເວັບ ແລະອຸປະກອນອື່ນໆ ແລະ ມີພື້ນທີ່ນັ່ງຮັບປະທານອາຫານ, ເຊິ່ງສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານ ໃນການຮັບປະທານອາຫານ ແລະ ພັກຜ່ອນ. ພາສາທີ່ນໍາໃຊ້ໃນການໃຫ້ຂໍ້ມູນຜ່ານຈໍສະແດງ, ການໂທລະໂຄ່ງ ແລະປ້າຍສັນຍາລັກການໃຫ້ບໍລິການຢູ່ພາຍໃນ ແລະ ພາຍນອກຂະບວນລົດມີ 3 ພາສາຄື: ພາສາຈີນ, ພາສາລາວ ແລະ ພາສາອັງກິດ.

ຕູ້ທີ 4 ຂອງຂະບວນລົດໄຟແມ່ນເຂດປອດສິ່ງກີດຂວາງ ເຊິ່ງມີເບາະນັ່ງ ແລະຮາວຈັບສໍາລັບຄົນພິການ, ມີຫ້ອງນໍ້າສໍາລັບຄົນພິການ, ມີປຸ່ມກົດຂໍຄວາມຊ່ວຍເຫຼືອ SOS ແລະ ພາສາສັນຍາລັກນໍາທາງສໍາລັບຄົນພິການທາງສາຍຕາ ແລະ ສິ່ງອໍານວຍຄວາມສະດວກອື່ນໆ, ເຮັດໃຫ້ຜູ້ໂດຍສານທີ່ເປັນຄົນພິການສາມາດເດີນທາງໄດ້ຢ່າງສະດວກ.


ຂໍ້ມູນຈາກ: ຊີອາໄອ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.