ຂະບວນລົດໄຟ “ລ້ານຊ້າງ” ເຊິ່ງເປັນຂະບວນລົດໄຟໂດຍສານ ຄັ້ງປະຫວັດສາດ ທີ່ມີສີສັນສວຍສົດງົດງາມ ແລະ ພັດທະນາຕາມສີຂອງທຸງຊາດລາວ ທີ່ປະກອບມີ: ສີແດງ, ສີຟ້າ ແລະ ສີຂາວ ໄດ້ມາເຖິງນະຄອນຫລວງວຽງຈັນ ແລ້ວໃນຕອນເຊົ້າວັນທີ 16 ຕຸລາ 2021 ນີ້, ໂດຍມີ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍການນຳຈາກບັນດາກະຊວງທີ່ກ່ຽວຂ້ອງອອກຕ້ອນຮັບຢ່າງສົມກຽດ ຢູ່ທີ່ສະຖານີ ຜູ້ໂດຍສານ ບ້ານໄຊ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ.
ຕາມກຳນົດໝາຍຂອງ ລັດຖະບານ ແລ້ວ, ເສັ້ນທາງລົດໄຟ ລາວ-ຈີນ ຈະມີກຳນົດເປີດການນຳໃຊ້ ແລະ ແລ່ນຮັບໃຊ້ມວນຊົນ ຢ່າງເປັນທາງການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້ ພໍດີກົງກັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.ພາຍຫລັງເປີດການນຳໃຊ້ຢ່າງເປັນທາງການ ຂະບວນລົດໄຟລາວ-ຈີນ ຈະບໍລິການຮັບໃຊ້ຜູ້ໂດຍສານ ແລະ ສິນຄ້າ ລະຫວ່າງ ສປປລາວ ແລະ ສປ ຈີນ. ພ້ອມກັນນີ້, ຍັງເປັນເສັ້ນທາງລົດໄຟເຊື່ອມຕໍ່ຢູ່ໃນອະນຸພາກພື້ນຕື່ມອີກ.
ໂຄງການທາງລົດໄຟ ລາວ-ຈີນ ນອກຈາກຈະເປັນຂະບວນລົດໄຟເພື່ອຂົນສົ່ງຜູ້ໂດຍສານ ແລະ ສິນຄ້າແລ້ວ, ຍັງເປັນໂຄງການທີ່ມີຄວາມໝາຍ ຄວາມສຳຄັນ ທີ່ສະແດງເຖິງຄວາມສາມັກຄີແບບຍຸດທະສາດລະຫວ່າງ ສອງພັກ-ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາຢ່າງຍາວນານຕື່ມອີກ ແລະ ເປັນການເປີດສັກກະລາດໃໝ່ ແຫ່ງການເຊື່ອມໂຍງດ້ານການຄ້າ, ການຂົນສົ່ງ ຂອງ ສປປລາວ ກັບບັນດາປະເທດເພື່ອນບ້ານ, ອະນຸພາກພື້ນ ແລະ ສາກົນ ເຊິ່ງເປັນປະເທດດຽວໃນ ອາຊຽນ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ.