ບໍລິຫານບໍດີ ເຮັດເສຍແບຣນດັງເອົາໃຈຊ່ວຍພະນັກງານຄົນນັ້ນ

0
266

ຖືເປັນເລື່ອງກັງທັອບອັອຟເດີທາວໄປເລີຍ ສຳລັບກໍລະນີພະນັກງານຄົນໜຶ່ງໃນຮ້ານກາເຟແບຣນດັງ ທີ່ເຮັດວຽກໄປແລ້ວບໍໄດ້ເງິນຄ່າແຮງງານ ເຫດຜົນງ່າຍໆທີ່ບໍຈ່າຍເງິນເພາະບໍເຫັນພະນັກງານມາວຽກຫຼາຍມື້ກໍເລີຍຄິດວ່າອອກວຽກແລ້ວ ເພິ່ນວ່າ ເຊິ່ງກໍ່ເຫັນໃຈຢູ່ໃນຍາມເສດຖະກິດຟືດເຄືອງແບບນີ້ແທນທີ່ຈະເຫັນໃຈກັນກັບເອົາປຽບລູກນ້ອງ.

ຜູ້ຖືກກະທຳບອກວ່າ ມື້ນີ້ຈະມາເລົ່າປະສົບການເຮັດວຽກນຳຄົນລວຍໃຈດຳ ເຮັດວຽກຢູ່ ຄາເຟ ແບຣນດັງເລີ່ມເຮັດວຽກເເຕ່ວັນທີ19 ເດືອນ6ປີ2021 ຈົນມາຮອດວັນທີ 3 ເດືອນ10 ຜ່ານມາເງີນເດືອນ ຂອງເດືອນ 6-7-8 ໄດ້ປົກກະຕິ ເເຕ່ມາເດືອນ 9ເພີ່ນບໍ່ຈ່າຍເງີນນໃຫ້ ເຈົ້າຂອງຮ້ານໃຫ້ເຫດຜົນວ່າ ບໍ່ຈ່າຍຍ້ອນພັກວຽກ (ຂ້ອຍໄດ້ພັກວຽກວັນທີ4-5-6-7ຂອງເດືອນ10 ເຫດຜົນຍ້ອນເຈັບທ້ອງບໍ່ສະບາຍ ເເຕ່ໄດ້ເເຈ້ງໃປຫາກັບຕັນທີມຂອງຮ້ານເເລ້ວ ແລະກັບຕັນທີມກໍ່ໄດ້ເເຈ້ງ ເຈົ້າຂອງຮ້ານທຸກມື້ ຂອ້ຍເອງກໍ່ເຫັນ ວ່າກັບຕັນທີມເເຈ້ງ ).


ເເຕ່ລ່າສຸດເງີນເດືອນພະນັກງານໄດ້ຄົບທຸກຄົນ ວັນທີ 8 ເດືອນ10ເພີ່ນຈ່າຍເງີນເດືອນ ຂ້ອຍເລີຍຖາມວ່າເປັນຫຍັງຂ້ອຍຄືບໍ່ໄດ້ ເພີ່ນກະໃຫ້ຄຳຕອບວ່າເຫັນເຈົ້າບໍ່ມາວຽກຫລາຍມື້ຄີດວ່າເຈົ້າອອກເເລ້ວ ຖ້າເຈົ້າຢາກໄດ້ເງີນເດືອນ ໃຫ້ມາເຊັນໃບລາອອກ ຂ້ອຍກໍ່ໄປເຊັນໃບລາອອກໃຫ້ ເເຕ່ສຸດທ້າຍບໍ່ຈ່າຍຕາມທີ່ເວົ້າມາ ໂຕຂ້ອຍເອງກໍ່ພະຍາຍາມເເຊັດຫາໂທຫາບໍ່ຮັບ ບໍ່ຕອບ ທັງເຈົ້າຂອງຮ້ານເເລະຜູ້ຈັດການຮ້ານ ເຈົ້າຂອງຮ້ານອ່ານເເລ້ວບ໊ອກຂ້ອຍ.
ເເຈ້ງບ້ານ ບ້ານກໍ່ຊ່ວຍຫຍັງບໍ່ໄດ້ ເຈົ້າຂອງຮ້ານ ເວົ້າເອງວ່າ ຂ້ອຍບໍ່ຢ້ານ ສິເອົາທະຫານຕຳຫລວດມາ ຂ້ອຍກໍ່ບໍ່ຢ້ານເພາະຂ້ອຍມີເງີນ
ສຸດທ້າຍນີ້ ກໍ່ຂໍໃຫ້ທຸກຄົນພິຈາລະນາຊ່ວຍແນ່ ວ່າມັນສົມຄວນບໍ້ ກີນປຽບພະນັກງານໂພດ ສິໄລ່ອອກຂ້ອຍບໍ່ວ່າຂໍເເຕ່ຈ່າຍຄ່າເເຮງຂ້ອຍກ່ອນ
ຫວັງເງີນເດືອນມາຈ່າຍຄ່າຫ້ອງ ກີນໄປວັນໆ ສຸດທ້າຍ ບໍ່ເຫລືອຫຍັງ, ເຊື່ອວ່າເລື່ອງນີ້ເປັນຂ່າວໂດ່ງດັງ ຈະໄດ້ຮັບການແກ້ໄຂໄວໆນີ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.