ຜົວສຸດຫ້ຽມ!ຄິດກຳຈັດເມຍ ໂດຍການປ່ອຍງູພິດໄປກັດເຖິງ 2 ຄັ້ງ

0
292

ຜົວສຸດຫ້ຽມ!ຄິດກຳຈັດເມຍ ໂດຍການປ່ອຍງູພິດໄປກັດເຖິງ 2 ຄັ້ງ
ໃນວັນທີ 11 ຕຸລາ 2021 ທີ່ຜ່ານມາ ສານຕັດສິນໃນປະເທດອິນເດຍໄດ້ພິພາກສາໃຫ້ຊາຍໜຸ່ມຄົນໜຶ່ງ ທີ່ຖືກຈັບໂຕໃນປີກາຍນີ້ ພາຍຫຼັງທີ່ກວດພົບວ່າຊາຍໜຸ່ມຄົນນີ້ມີຄວາມຜິດໃນຂໍ້ຫາ ຄ າ ດ ຕະກໍ າຜູ້ເປັນເມຍ ໂດຍການປ່ອຍງູ ມີ ພິ ດໃຫ້ໄປກັ ດເມຍທີ່ກໍາລັງນອນຫຼັບຢູ່ເທິງຕຽງ.

ເຫດການດັ່ງກ່າວເກີດຂຶ້ນໃນເດືອນພຶດສະພາປີ 2020 ເຖິງແນວໃດກໍຕາມ ທາງຄອບຄົວຂອງຜູ້ເປັນເມຍທີ່ເສຍຊີວິດ ບໍ່ເຊື່ອວ່າຈະເປັນພຽງອຸບັດຕິເຫດ ເພາະວ່າໃນບໍ່ດົນກ່ອນໜ້ານັ້ນ ຜູ້ເສຍຊີວິດກໍຫາກໍ່ຖືກງູອິນເ ດ ຍກັ ດ ແລະ ຢູ່ລະຫວ່າງການປິ່ນປົວ ທາງຄອບຄົວຜູ້ເສຍຊີວິດບອກວ່າຜູ້ເປັນຜົວນັ້ນໄດ້ມີບັນຫາກັບເລື່ອງສິນສອດເຄື່ອງໝັ້ນມາໂດຍຕະຫຼອດ

ຫຼັງຈາກນັ້ນ, ຄອບຄົວຂອງຜູ້ເສຍຊີວິດໄດ້ເຂົ້າໄປແຈ້ງເຫດກັບເຈົ້າໜ້າທີ່ຕໍາຫຼວດ ແລະ ເຈົ້າໜ້າທີ່ໄດ້ສືບສວນຈົນພົບວ່າ ຊາຍໜຸ່ມຄົນດັ່ງກ່າວນັ້ນເປັນຜູ້ຢູ່ເບື້ອງຫຼັງເຫດການງູ ກັ ດຜູ້ເປັນເມຍ ແລະ ຕໍາຫຼວດຍັງໄດ້ຈັບຊາຍໜຸ່ມອີກຄົນໜຶ່ງທີ່ມີສ່ວນຮ່ວມໃນການຊອກຫາງູອີກດ້ວຍ
ໃນການພິຈາລະນາຄະດີທາງຜູ້ພິພາກສາໄດ້ລົງຄວາມເຫັນວ່າ ຄະດີນີ້ເປັນ

ກໍລະນີຫາຍາກ ແລະ ຕັດສິ ນໂ ທ ດ ຕິ ດຄຸ ກຕະຫຼອດຊີວິດ ພ້ອມກັບຕ້ອງຈ່າຍຄ່າປັບໄໝເປັນຈໍານວນເງິນ 500,000 ຣູປີ ຫຼື ປະມານ 80,000,000 ລ້ານກີບ.
ແຫຼ່ງຂ່າວ: Thairath

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.