ກົດໄລ້ ກົດແຊຣ໌ ດວງລາຍວັນ 15 ຕຸລາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
216

ວັນຈັນ:ການ​ງານ​ ​ເມື່ອຍ​ໃນ​ຄວາມ​ພະ​ຍາຍາມ​ເລື່ອງ​ການ​ທຸ້ມເທ​ທາງ​ດ້ານ​ການ​ງານ​ ແຕ່​ກໍ​ຄຸ້ມ​ຄ່າ​ເພາະ​ມີ​ຄວາມ​ສຳ​ເລັດ​ໃນ​ເກນ​ທີ່​ດີ​ ການ​ເງິນ​ ລະ​ວັງ​ຄ່າ​ໃຊ້​ຈ່າຍ​ທີ່​ເກີນ​ງົບ​ຕ່າງ​ໆ​ ຊຶ່ງ​ເປັນ​ເລື່ອງ​ຈຳ​ເປັນ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ບໍ່​ວ່າ​ຈະ​ເປັນ​ການ​ລົງ​ທຶນ​ ຫລື​ພາລະ​ປະຈຳ​ອື່ນ​ໆ​ ຄວາມ​ຮັກ​ ໂດດ​ເດັ່ນ​ຈະ​ພົບ​ຄົນ​ມີ​ສະເນ່​ ຜິວ​ຂາວ​ ແລະ​ເຂົ້າໃຈ​ທ່ານ​ເປັນ​ຢ່າງ​ດີ​ ແຕ່​ເປັນ​ການ​ຄົບ​ຫາ​ແບບ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​

ວັນຄານ:ການ​ງານ​ ພົບ​ອຸປະສັກ​ຕ່າງ​ໆ​ ທີ່​ທ່ານຈະ​ຕ້ອງ​ພົບ​​ເຊັ່ນ​ການເດິນທາງ​ ຫລື​ຄວາມ​ຮັບ​ຜິດຊອບ​ທີ່​ມີ​ຫລາຍ​ຂຶ້ນ​ ແຕ່​ກໍ​ຍັງ​ສາມາດ​ເຮັດ​ໄດ້​ຕາມ​ເປົ້າ​ໝາຍ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ໃນ​ມື້​ນີ້​ ແຕ່​ເບິ່ງ​ຄື​ສະຖານນະການ​ຍັງ​ບໍ່​ຊັດເຈນ​ ແຕ່​ສຸດ​ທ້າຍ​ກໍ​ຈະ​ໄດ້​ເງີນ​ເຂົ້າ​ມາ​ຢ່າງ​ທີ່​ຄາດ​ຫວັງ​ ​ຄວາມ​ຮັກ ຫາກ​ຈະ​ພົບ​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ເປັນ​ຄົນ​ຜິວ​ສອງ​ສີ​ ແຕ່​ເປັນ​ການ​ເບິ່ງ​ໆ​ ກັນ​ຫລາຍກວ່າ​ ຫລື​ທ່ານຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ເຫຼົ່າ​ນີ້​

ວັນພຸດ:ການ​ງານ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ມີ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ທ່ານຄາດ​ຫວັງ​ ບໍ່​ວ່າ​ຈະ​ເປັນ​ງານ​ດ້ານ​ຄວາມ​ສວຍ​ງາມ​ ດ້ານ​ການ​ເງີນ​ຕ່າງ​ໆ​ ງານ​ດ້ານ​ການ​ເຈລະຈາ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ໃນ​ຊ່ວງ​ນີ້​ມີ​ໂຊ​ກດີ​ທີ່​ຈະ​ມີຄົນ​ລໍ​ຖ້າ​ໃຫ້​ການ​ຊ່ວຍ​ເຫລືອ​ ຫລື​ອຸບປະຖຳ​ທາງ​ດ້ານ​ການ​ເງີນ​ແກ່​ທ່ານ​ນັ້ນ​ເອງ​ ຄວາມ​ຮັກ ໂດດ​ເດັ່ນ​ໃນ​ການ​ໄດ້​ພົບ​ຄົນ​ລັກສະນະ​ຜິວ​ສອງ​ສີ​ໃນ​ຊ່ວງ​ນີ້​ ແຕ່​ເວລາ​ທີ່​ມີ​ໃຫ້​ກັນຍັງ​ນ້ອຍ​ຄວາມ​ສຳພັນ​ຈຶ່ງ​ບໍ່​ຄ່ອຍ​ຄືບ​ໜ້າ​

ວັນພະຫັດ:ການ​ງານ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ມີ​ແຕ່​ຄວາມ​ສຳ​ເລັດ​ ມີ​ຄວາມ​ກ້າວ​ໜ້າ​ ສົ່ງ​ຜົນ​ດີີ​ຈາກ​ຄວາມ​ພະຍາຍາມ​ໃ​ນຕອນ​ນີ້​​​ ການ​ເງິນ ຍັງ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ໃນ​ຊ່ວງ​ນີ້​ ຖື​ວ່າ​ຢູ່ໃນ​ເກນ​ທີ່​ຫມັ້ນຄົງ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ໃດ​ໆ​ ຄວາມ​ຮັກ ຍັງ​ບໍ່​ມີ​ເວລາ​ເທົ່າໃດ​ກ່ຽວກັບ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ເພາະ​ເປັນ​ຮັກ​ຊ້ອນ​ທີ່​ທ່າານຕ້ອງ​ການ​ທີ່​ຈະ​ປະຕິເສດ​ນັ້ນ​ເອງ​

ວັນສຸກ:ການ​ງານ ຈະ​ຈັບ​ງານ​ຫຍັງ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄປ​ທຸກ​ຢ່າງ​ດວງສະຕາດ້ານ​ການ​ງານ​ຢູ່ໃນ​ເກນ​ທີ່​ດີ​ຫລາຍ​ ການ​ເງິນ ໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ແຕ່​ກໍ​ມີ​ເລື່ອງ​ກັງ​ວົນ​ໃຈ​ກ່ອນ​ ແລ້ວ​ຈຶ່ງ​ຈະ​ໄດ້​ເງິນ​ ໄດ້​ໂຊກ​ເຂົ້າ​ມາ​ເພິ່ມເຕິມ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ຫາກ​ຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ຢູ່ໃນ​ເກນ​ຜິວ​ຂາວ​ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​

ວັນເສົາ:ການ​ງານ​ ມີ​ຄວາມ​ເລັ່ງ​​ໃນ​ການ​ທີ່​ຈະ​ຈັດການ​ເລື່ອງ​ການ​ງານ​ຕ່າງ​ ໆ​ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ ເປັນ​ການ​ຮຽນ​ຮູ້​ສິ່ງ​ໃໝ່​ທີ່​ຍັງ​ບໍ່​ເຄີຍ​ມີ​ປະສົບການ​ມາ​ກ່ອນ​ ການ​ເງິນ ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ດ້ວຍ​ ແຕ່​ທ່ານ​ກໍ​ຮູ້​ວ່າ​ຄວນ​ຈະ​ວາງ​ແຜນ​ໃຊ້​ຈ່າຍ​ຢ່າງໃດ​ໃຫ້​ເກີດ​ຄວາມ​ສົມ​ດຸນ​ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີ​ສະເນ່ ເກັ່ງ​ເຂົ້າ​ມາ​ໃຫ້​ທ່ານເລືອກ​ ໃນ​ຊ່ວງ​ນີ້​ມີ​ໂອ​ກາດ​ສົມ​ຫວັງ​ທາງ​ດ້ານ​ຄວາມ​ຮັກ​

ວັນອາທິດ:ການ​ງານ ງານ​ທີ່​ເໝາະ​ກັບ​ທ່ານ​ທີ່​ເກີດ​ໃນ​ມື້​ນີ້​ ຄື​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ແຟ​ຊັ່ນ​ຄວາມ​ສວຍ​ງາມ​ ​ ຊຶ່ງ​ຈະ​ເຮັດໃຫ້​ເກີດ​ຄວາມ​ກ້າວ​ໜ້າ​ ຫລື​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຄາດ​ຫວັງ​ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ຢ່າງ​ຕໍ່​ເນື່ອງ​ ໃນ​ຊ່ວງ​ນີ້​ການ​ເງີນ​ດີ​ຂຶ້ນ​ຫລາຍ​ເປັນ​ພິເສດ​ ມີ​ໂອ​ກາດ​ໄດ້ຮັບ​ຂ່າວ​ດີ​ທາງ​ດ້ານ​ການ​ເງີນ​ໃນ​ມື້​ນີ້​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ມື້​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ດ້ວຍ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​​ກັນ​

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.