ສັງຄົມແຫ່ຊົມເຊີຍ 4 ໜຸ່ມ ຊ່ວຍກັນສ້ອມແປງຂົວນໍ້າຄານເກົ່າ ທີ່ຫຼວງພະບາງ

0
290

ສັງຄົມແຫ່ຊົມເຊີຍຍ້ອງຍໍ 4 ໜຸ່ມ ທີ່ມີນໍ້າໃຈ ສ້ອມແປງຂົວນໍ້າຄານເກົ່າ ທີ່ຫຼວງພະບາງ ທີ່ເປ່ເພ ແລະ ມີຫຼາຍຈຸດທີ່ໄມ້ຫັກ ເປັນປ່ອງໃຫຍ່ ເຊິ່ງຫາກປະຊາຊົນຂີ່ລົດຈັກລົດຖີບ ກໍ່ອາດຈະເຮັດໃຫ້ມີຄວາມສ່ຽງເກີດອຸປະຕິເຫດໄດ້.

ດັ່ງນັ້ນວັນທີ 12 ຕຸລາ 2021 ມີ 4 ໜຸ່ມທີມີໃຈອັນເປັນກຸສົນ ຮ່ວມແຮງ ຮ່ວມໃຈ ກັນໄປປົວແປງປ່ຽນຖ່າຍໄມ້ປູພື້ນທີຂົວນ້ຳຄານເກົ່າ ເພາະໄມ້ບາງບ່ອນກໍ່ໂດກ ແລະ ຫັກແລ້ວ ດັ່ງນັ້ນໜຸ່ມໆ ຈຶ່ງພາກັນນຳເອົາໄມ້ໄປຕອກໃສ່, ຕໍ່ໃສ່, ບາງບ່ອນກໍ່ເອົາຫຼວດໝັດໄວ້.

ການປົວແປງຊ່ວງນີ້ຖືວ່າເປັນສິ່ງທີ່ດີ ເພາະເປັນໄລຍະທີ່ລັອກດາວ ມີການປິດການສັນຈອນຂົວເກົ່ານີ້ ຈຶ່ງເປັນໂອກາດອັນດີ ຈຶ່ງພາກັນອອກແຮງແຂ່ງຂັນສາມັກຄີກັນ ເພື່ອສ້າງຜົນງານແລະສ້າງບຸນກຸສົນໃຫ້ແກ່ບ້ານເມືອງ ແລະສັງຄົມ ໃນການນຳໃຊ້ທຽວໄປ-ມາ ໄດ້ຢ່າງປອດໄພ.

ຢ່າງໃດກໍ່ຂໍຊົມເຊີຍນໍ້າໃຈເສຍສະຫຼະ  ແລະ ເພາະນີ້ແມ່ນຊັບສິນລວມ ຫາກຕ່າງຄົນຕ່າງມີນໍ້າໃຈແບບນີ້ ຊັບສິນສ່ວນລວມກໍ່ຈະຢູ່ກັບປະຊາຊົນໄປດົນ ແລະ ປະຊາຊົນກໍ່ສາມາດນຳໃຊ້ຜົນປະໂຫຍດຈາກມັນອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.