ນັບແຕ່ມີສະພາບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນບ້ານສະພັງເມິກ ເມືອງໄຊທານີ ກໍໄດ້ກາຍເປັນບ້ານແດງ ສະນັ້ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນໄດ້ເຫັນຄວາມສຳຄັນໃຫ້ການຮ່ວມມື ຕື່ນຕົວ ພ້ອມໃຈກັນປະຕິບັດລະບຽບກໍຄືມາດຕະການຕ່າງໆທີ່ທາງຄະນະສະເພາະກິດຂັ້ນຕ່າງໆວາງອອກຢ່າງເຂັ້ມງວດ.ທ່ານ ບຸນເພັງ ສຸລິວົງ ຮອງນາຍບ້ານໆສະພັງເມິກ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ຕຸລານີ້ວ່າ: ບ້ານສະພັງເມິກ ໄດ້ກາຍເປັນບ້ານແດງ ມາແຕ່ວັນທີ 19 ກັນຍາ ມາເຖິງປັດຈຸບັນພາຍໃນບ້ານມີຜູ້ຕິດເຊື້ອໂຄວິດ-19 ລວມມີ 22 ຄົນ, ມີຜູ້ສຳຜັດໃກ້ຊິດຈຳນວນຫຼາຍເນື່ອງຈາກຜູ້ຕິດເຊື້ອບໍ່ສະແດງອາການ ເຊື້ອໂຄວິດສາຍ
ພັນເດວຕ້າ ເປັນສາຍພັນໃໝ່ ສ່ວນໃຫຍ່ຜູ້ຕິດເຊື້ອແມ່ນເຮັດວຽກຢູ່ໃນໂຮງງານ, ຈຳ ນວນໜຶ່ງເປັນພະນັກງານ ແລະ ປະຊາຊົນ, ປະຊາຊົນພາຍໃນບ້ານໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນໃນການສັກວັກຊິນກວມ 80%, ສ່ວນ 20% ແມ່ນຊາວໜຸ່ມ ແລະ ເດັກນ້ອຍອາຍຸລຸ່ມ 17 ປີລົງມາ.ທ່ານ ສາຍຄຳ ກ່ານສີດາ ຫົວໜ້າ ປກສ ບ້ານ ໃຫ້ຮູ້ວ່າ: ພາຍຫຼັງບ້ານສະພັງເມິກໄດ້ກາຍເປັນບ້ານແດງ ການຈັດຕັ້ງບ້ານກໍຄືກຳລັງ ປກສ ບ້ານໄດ້ຮ່ວມກັບຫຼາຍພາກສ່ວນ ປະຕິບັດໜ້າທີ່ສຸມທຸກກຳລັງພ້ອມໃຈກັນປິດ-ການສັນຈອນໄປ-ມາ ເພື່ອກວດກາຄົນເຂົ້າ-ອອກບ້ານ, ກວດກາເອກະສານການເດີນທາງ, ກວດກາບັດສັກວັກຊິນພາຍໃນບ້ານ ຍົກເວັ້ນຜູ້ທີ່ມີຄວາມຈຳເປັນ (ຜູ້ທີ່ມີ
ເອກະສານຢັ້ງຢືນທາງການ) ຈຶ່ງອະນຸຍາດໃຫ້ເດີນທາງເຂົ້າ-ອອກບ້ານໄດ້, ການເຂົ້າ-ອອກບ້ານໄດ້ປະຕິບັດນັບແຕ່ເວລາ 8 ໂມງເຊົ້າເຖິງ 1 ໂມງກາງຄືນ, ໄດ້ມີການຈັດຕັ້ງໜ່ວຍປ້ອງກັນເວນຍາມ, ເຄື່ອນໄຫວລາດຕະເວນຢູ່ຕາມຫ້ອງແຖວ, ບ້ານ, ເຮືອນຂອງປະຊາ ຊົນ, ຜ່ານມາກຳລັງ ປກສ ບ້ານໄດ້ມີການກ່າວເຕືອນສຶກສາອົບຮົມຊາວໜຸ່ມຈຳນວນໜຶ່ງຢູ່ບັນດາຫ້ອງແຖວທີ່ຝ່າຝືນຕໍ່ກົດລະບຽບມີການຊຸມແຊວ, ພ້ອມດຽວກັນນັ້ນໃນແຕ່ລະວັນໄດ້ມີການໂຄສະນາປະຊາສຳພັນຜ່ານໂທລະໂຄ່ງ
ເພື່ອເຜີຍແຜ່ຜົນຮ້າຍຂອງພະຍາດໂຄວິດ-19, ວິທີປ້ອງກັນຕົນເອງ, ການຈຳກັດບໍລິເວນ, ລະບຽບການ, ມະຕິຄຳສັ່ງຕ່າງໆຂອງຄະນະສະເພາະກິດໃຫ້ປະຊາຊົນໄດ້ຮັບຮູ້ ພ້ອມນໍາໄປຈັດຕັ້ງປະຕິບັດ, ຜ່ານການໂຄສະ ນາປະຊາສຳພັນເຫັນວ່າປະຊາຊົນມີຄວາມເຂົ້າໃຈ ຕື່ນຕົວໃຫ້ການຮ່ວມມື ພ້ອມໃຈກັນປະຕິບັດກົດລະບຽບຕ່າງໆໄດ້ເປັນຢ່າງດີ ພ້ອມທັງມີການຊຸກຍູ້ເຄື່ອງບໍລິໂພກຈຳນວນໜຶ່ງໃຫ້ແກ່ກຳລັງ ປກສ ບ້ານໃນການປະຕິບັດໜ້າທີ່ຮັກສາຄວາມສະຫງົບປອດໄພພາຍໃນບ້ານ.