ເນື່ອງໃນໂອກາດ ວັນແຫ່ງຊາດ ຕ້ານຢາເສບຕິດ (12 ຕຸລາ 2001–12 ຕຸລາ 2021 ຄົບຮອບ 20 ປີ) ໃນວັນທີ 12 ຕຸລານີ້ ອົງການປົກຄອງເມືອງໄຊ, ແຂວງອຸດົມໄຊ ໄດ້ຈັດພິທີ ຈຸດທຳລາຍຢາເສບຕິດທີ່ໄດ້ຮັບການແກ້ໄຂຄະດີສຳເລັດແລ້ວ ທີ່ເດີ່ນຫ້ອງວ່າການປົກຄອງ ເມືອງໄຊ ໂດຍການເປັນປະທານຂອງ ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ, ມີການນຳ, ເຈົ້າໜ້າທີ່ ປກສ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງພາຍໃນເມືອງໄຊ ເຂົ້າຮ່ວມ.
ຜ່ານການຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ ເມືອງໄຊ ແຂວງອຸດົມໄຊ ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກ, ຄະນະນຳເມືອງໄຊ ໄດ້ສົມທົບກັບທຸກພາກສ່ວນ ລວມທັງ ກຳລັງປ້ອງກັນຊາດ, ກຳລັງປ້ອງກັນຄວາມສະຫງົບຂອງເມືອງ ເອົາໃຈໃສ່ເຄື່ອນໄຫວເຮັດວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທຸກຮູບການ ໃນນັ້ນ ໄດ້ລົງກວດກາ ແລະ ທຳລາຍ ພື້ນທີ່ລັກລອບປູກຝິ່ນຂອງປະຊາຊົນ ໄດ້ທັງຫມົດ 7 ບ້ານ ກວມເນື້ອທີ່ 31,68 ເຮັກຕາ, ຕິດຕາມເປົ້າຫມາຍຄ້າຂາຍຢາ ເສ ບ ຕິ ດ, ສາມາດມ້າງຄະດີຢາເສບຕິດ ໄດ້ຫລາຍຄັ້ງ, ຢຶດຢາເສບຕິດ ປະເພດ ຢາບ້າ ແລະ ເ ຮ ໂລ ອິ ນ ໄດ້ຈຳນວນຫນຶ່ງ.
ພິທີ ຈູດທຳລາຍຢາເສບຕິດ ເຊິ່ງມີ: ປະເພດ ຢ າ ບ້ າ ຈຳນວນ 736 ເມັດ ແລະ ເ ຮ ໂລ ອິ ນ ຈໍານວນ 38 ຖົງນ້ອຍ ຢາເສບຕິດທັງຫມົດນີ້ ແມ່ນໄດ້ຮັບການແກ້ໄຂຄະດີສຳເລັດເປັນທີ່ຮຽບຮ້ອຍແລ້ວ.
ໂອກາດດັ່ງກ່າວ ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ເອົາໃຈໃສ່ ແລະ ເປັນເຈົ້າການໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ໃນສັງຄົມເຮົາ ເວົ້າລວມ, ເວົ້າສະເພາະ ກໍຄື ພາຍໃນເມືອງໄຊ, ແຂວງອຸດົມໄຊ ໃຫ້ມີຄວາມເຂັ້ມງວດ ເພື່ອເຮັດໃຫ້ບັນຫາຢາເສບຕິດ ນັບມື້ນັບຫຼຸດຫນ້ອຍຖອຍລົງ ເທື່ອລະກ້າວ.