ເຈົ້າຂອງຊິເປັນລົມເມື່ອເຫັນສະພາບ ສັ່ງລູກນ້ອງເຮັດວຽກແທນ ມັນບໍ່ແມ່ນເລື່ອງຕະຫຼົກ ແຕ່ກໍ່ອົດຫົວບໍໄດ້ແນວຄວາມຊື່ ແລະບື້ຂອງຄົນ ເມື່ອຖືກມອບໝາຍໃຫ້ມາລ້າງອ່າງລ້ຽງປາສວຍງາມ
ເວົ້າເລື່ອງປາສວຍງາມໃຜມາກໍ່ຕ້ອງແຍງມັນຢູ່ແລ້ວ ແລ້ວຄົນທີ່ລ້ຽງລະ? ຄົນລ້ຽງແຫ່ງຮັກປາທີ່ເຈົ້າຂອງລົງທຶນລົງແຮງເອົາມັນມາ ເພື່ອດູແລເບິ່ງແຍງ ຖະໜຸຖະໜອມຄືກັບແກ້ວຕາດວງໃຈ.
ປາສວຍງາມທີ່ແຍງເຊົ້າ-ແລງ ມາມື້ໜຶ່ງເມື່ອມອບໝາຍໃຫ້ພະນັກງານມາທຳຄວາມສະອາດອ່າງແລ້ວເຈົ້າຂອງມາເຫັນສະພາບ ປານອນສະລ່າງງ່າງເຕັມຂອບ ພໍຢາກກັ້ນໃຈພຸ້ນລະເດີ້!!!!!
ເປັນຄົນຢ່າຊື່ຫຼາຍ ຕ້ອງຫັດມີເລ່ລ່ຽມແນ່ ບື້ຫຼາຍກໍ່ເປັນພິດເປັນໄພຕໍ່ໂຕເອງ ແລະສັງຄົມໄດ້