ສະຖານະການລະບາດຂອງໂຄວິດ-19 ມື້ນີ້ຕົວເລກການຕິດເຊື້ອຍັງສູງ ພົບຜູ້ຕິດເຊື້ອເພີ່ມຂຶ້ນ.ຂໍໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນເຊື້ອ, ຫຼີກລ້ຽງການໄປບ່ອນທີ່ມີຄົນຫຼາຍ, ຂໍໃຫ້ທຸກຄົນປອດໄພ ວັນທີ 12 ຕຸລາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 542 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 542 ຕົວຢ່າງ ແລະມີຜູ້ເສຍຊີວິດໃໝ່ 3 ຄົນ, ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 386 ຄົນ ( 6 ຄົນ ເປັນກໍລະນີນຳເຂົ້າ) ( 380 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 15 ຄົນ (ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 25 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 22 ຄົນ ໃນຊຸມຊົນ), ແຂວງສາລະວັນ: 2 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 52 ຄົນ (ໃນຊຸມຊົນ) , ແຂວງບໍ່ແກ້ວ 10 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 17 ຄົນ (ໃນຊຸມຊົນ), ແຂວງວຽງຈັນ ( 18 ຄົນ ໃນຊຸມຊົນ) ,ແຂວງໄຊສົມບູນ 10 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 7 ຄົນ (ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ