ບ້ານເຂດແດງໃໝ່ນະຄອນຫຼວງ 7 ບ້ານ ຈາກ 4 ເມືອງ

0
229

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວປະຈໍາວັນທີ 11 ຕຸລາ 2021

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 10 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3.600 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 309 ຄົນ (ຕິດເຊື້ອພາຍໃນ ມີ 303 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 3 ຄົນ)ແລະ ໄດ້ລາຍງານບ້ານແດງໃໝ່ມ ວັນທີ 10 ຕຸລາມີ 10 ບ້ານ ຈາກ 6 ເມືອງ 3 ແຂວງ ດັງນີ້

ນະຄອນຫຼວງວຽງຈັນ 7 ບ້ານ ຈາກ 4 ເມືອງ ຄື ເມືອງ ສີສັດຕະນາກ ມີ ບ້ານທາດຂາວ ແລະ ສີເມືອງ; ເມືອງ ໄຊເສດຖາ ບ້ານ ໄນຄໍາ; ເມືອງໄຊຖານີ ບ້ານນາແຖ ແລະ ບ້ານດົງສ້າງຫິນ, ເມືອງ ຫາດຊາຍຟອງ ບ້ານ ສົມຫວັງໃຕ້ ແລະ ບ້ານທ່າແຂກຫຼວງພະບາງ ນະຄອນຫຼວງພະບາງ ມີ ບ້ານ ນາວຽງຄໍາ ແລະ ບ້ານສິງ

ບໍລິຄໍາໄຊ ເມືອງປາກຊັນ ບ້ານ ອານຸສອນໄຊມາຮອດວັນທີ 10 ຕຸລາ 2021 ຍອດຜູ້ຕິດເຊື້ອສະສົມມີ 28.850 ຄົນ, ເສຍຊີວິດສະສົມ 30 ຄົນ (ໃໝ່ 4 ກໍລະນີ) ແລະ ປິ່ນປົວຫາຍດີ 261 ຄົນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.