ຂປລ. ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 8 ຕຸລາ ຜ່ານມາ, ທ່ານ ສົມແພງ ກິ່ງມາລາ ຮອງຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນສາຂາແຂວງຫລວງນໍ້າທາ ໄດ້ນຳເອົາເງິນຈຳນວນ 51 ລ້ານກວ່າກີບ ມາມອບໃຫ້ອົງການກາແດງແຂວງຫລວງນໍ້າທາ, ຕາງໜ້າຮັບໂດຍ ທ່ານ ສົມສຸກ ສົມສະຫວັດ ຫົວໜ້າອົງການກາແດງແຂວງ ເພື່ອສົມທົບທຶນເຂົ້າໃນການຊ່ວຍເຫລືອ ປຸກສ້າງເຮືອນໃຫ້ຜູ້ເຖົ້າທີ່ທຸກຍາກອະນາຖາ ຢູ່ພາຍໃນແຂວງ.ເງິນຊ່ວຍເຫລືອດັ່ງກ່າວ, ໄດ້ລະດົມຈາກສັງຄົມ ພາຍໃຕ້ໂຄງການ OneHeart ເຊິ່ງແມ່ນໂຄງການ “ລະດົມທຶນຊ່ວຍເຫລືອປຸກເຮືອນໃຫ້ຜູ້ທີ່ທຸກຍາກ ອະນາຖາຢູ່ 5 ເມືອງຂອງແຂວງຫລວງນ້ຳທາ” ເພື່ອສົບທົບປຸກສ້າງ
ເຮືອນຈໍານວນ 40 ຫລັງ, ຂະໜາດ 4X6 ແມັດ, ລວມມູນຄ່າປຸກສ້າງ ແລະ ປະກອບເຄື່ອງໃຊ້ໃນເຮືອນທັງໝົດ 88 ລ້ານກີບ. ໃນປີ 2020 ຜ່ານມາ, ອົງການກາແດງແຂວງ ໄດ້ປຸກສ້າງເຮືອນສຳເລັດແລ້ວ 1 ຫລັງໃຫ້ແມ່ເຖົ້າ ນາງອ້າຍ ອາຍຸ 65 ປີ ບ້ານນໍ້ມາງ ເມືອງວຽງພູຄາ, ເຊິ່ງເປັນຜູ້ເຖົ້າທຸກຍາກອະນາຖາຢູ່ຜູ້ດຽວ, ລວມມູນຄ່າທັງໝົດ 2.200.000 ກີບ, ເຊິ່ງທາງບ້ານ ແລະ ຍາດພີ່ນ້ອງແມ່ນຮັບຜິດຊອບໄມ້ ແລະ ແຮງງານໃນການປຸກສ້າງເຮືອນ ໂດຍໃຊ້ເງິນຮ່ວງບັນ ເທົາທຸກທີ່ໄດ້ຈາກຕູ້ບໍລິຈາກ ຂອງອົງການກາແດງທີ່ຕັ້ງໄວ້ຕາມຈຸດຕ່າງໆ. ແຕ່ເນື່ອງຈາກ ຂໍ້ມູນຜູ້ທຸກຍາກຢູ່ແຕ່ລະເມືອງຍັງມີຫລາຍ, ທຶນຮອນໃນການຊ່ວຍເຫລືອກໍບໍ່ພຽງພໍ ອົງການກາແດງແຂວງຈຶ່ງຄັດເລືອກເອົາພຽງເມືອງລະ 4 ຫລັງ ເພື່ອໃຫ້ຜູ້ທຸກຍາກອະນາຖາ ໄດ້ມີທີ່ຢູ່ອາໄສທີ່ຖາວອນ.
ເພື່ອປະຕິບັດແຜນຊ່ວຍເຫລືອດັ່ງກ່າວ, ອົງການກາແດງແຂວງຫລວງນໍ້າທາ ໃນນາມຕ່າງໜ້າເຈົ້າຂອງໂຄງການ ຈຶ່ງສະເໜີຂໍເປີດໂຄງການ OneHeart ຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຫລວງນໍ້າທາ, ເພື່ອຂໍນໍ້າໃຈຈາກສັງຄົມຜູ້ລະເລັກລະໜ້ອຍ ເພື່ອສາມາດປຸກສ້າງເຮືອນໃຫ້ແກ່ຜູ້ທຸກຍາກອະນາຖາໃນສັງຄົມ. ແຕ່ເງິນທີ່ລະດົມໄດ້ຄັ້ງນີ້, ຍັງບໍ່ໄດ້ຄົບຕາມເປົ້າໝາຍທີ່ໄດ້ຕັ້ງໄວ້.
ຂ່າວ: ມຸນຕີ