ພະຍາກອນອາກາດ ປະຈໍາວັນທີ 11 ຕຸລາ 2021 ເວລາ 12:00 ໂມງ ຍ່ອມຄວາມກົດດັນອາກາດຕໍ່າໄດ້ມີກໍາລັງປານກາງ ຫາ ແຮງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງຂະບວນລົມຕາເວັນອອກ ສ່ຽງເໜືອພັດປົກຄຸມພາກເໜືອ ແລະ ລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ພາກກາງ ແລະ ພາກໃຕ້ ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຈະມີຝົນ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກກາງ.
ຂໍ້ມູນອຸຕຸກະເສດ ປະຈໍາວັນທີ 11 ຕຸລາ 2021, ເຂົ້ານາ ນໍ້າຝົນ, ນາປີ ແມ່ນຢູ່ໃນໄລຍະການຈະເລີນເຕີບໂຕຂອງເຂົ້າສຸກແກ່ ຫລືວ່າເກັບກ່ຽວ ໃນລະດູການນີ້ແມ່ນມີຄວາມອ່ອນໄຫວ. ດັ່ງນັ້ນ, ກະສິກອນຄວນເອົາໃຈໃສ່ ແລະ ນໍາໃຊ້ມາດຕະການທີ່ເໝາະສົມຕາມຄໍາແນະນໍາຂອງກະສິກໍາ ແລະ ໃນໜຶ່ງອາທິດຂ້າງໜ້າໃຫ້ປະຊາຊົນເພີ່ມທະວີການຕິດຕາມກວດກາ ແລະ ເຝົ້າລະວັງນໍາໃຊ້ມາດຕະການຄວບຄຸມທີ່ເໝາະສົມ ສໍາລັບພະຍາດພືດ ແລະ ແມງໄມ້ ພະຍາດກາບໃບໄມ້ແຫ້ງ ເພ້ຍຈັກຈັ່ນສີນໍ້າຕານ ພະຍາດ ໃບຈຸດສີນໍ້າຕານ ແມ່ນມີຄວາມສ່ຽງລະດັບສູງ.
ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະມີຝົນຕົກປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 17-25 ອົງສາ.ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນ ລະຫວ່າງ 20-33 ອົງສາ.
ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 24-34 ອົງສາ.ພາກກາງ: ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 70% ຂອງພາກ, ອຸນຫະພູມໃນ ລະຫວ່າງ 21-33 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງແຂວງ, ອຸນຫະພູມໃນລະຫວ່າງ 16-27 ອົງສາ. ພາກໃຕ້: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນ ຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນ ເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 15-27 ອົງສາ.