ພຽງແຕ່ 1 ວັນ ພົບເຫັນຜູ້ລະເມີດແຈ້ງການ 1 ພັນກວ່າຄົນ

0
199

ເຈົ້າໜ້າທີ່ ພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຈ້ງການເລກທີ 37/ຈນວ ລົງວັນທີ 30 ກັນຍາ 2021, ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 1 – 15 ຕຸລາ 2021, ສຸມກຳລັງໃສ່ລົງຕັ້ງດ່ານກວດກາພາຫະນະ ສັນຈອນໄປ-ມາຕາມທ້ອງຖະໜົນ, ສະເພາະໃນວັນທີ 6 ຕຸລາ 2021 ພົບເຫັນນັກຂັບຂີ່ລະເມີດຄໍາສັ່ງ ທັງໝົດ 1.007 ຄົນ, ຍິງ 344 ຄົນ.
ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ອີກວ່າ: ການຕັ້ງດ່ານກວດກາພາຫະນະ ແມ່ນເນັ້ນໃສ່ດ່ານປະຕູເຂົ້າ-ອອກເມືອງ ແລະ ຕັ້ງດ່ານກວດກາຢູ່ທ້ອງຖະໜົນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ວົງໃນ 4 ຕົວເມືອງ 7 ຈຸດ ໂດຍສະເພາະແມ່ນ ເລີ່ມແຕ່ເວລາ 21:00 ໂມງ – 05: 00 ໂມງ, ສະເພາະວັນທີ 6 ຕຸລາ 2021 ( ພຽງ 1 ວັນ ) ພົບເຫັນຜູ້ລະເມີດແຈ້ງການເລກທີ 37/ຈນວ ທັງໝົດ 1.007 ຄົນ, ຍິງ 344 ຄົນ ໃນນີ້, ໄດ້ສຶກສາອົບຮົມກ່າວເຕືອນ, ພ້ອມທັງ ແນະນໍາໃຫ້ເຂົາເຈົ້າເອົາໃຈໃສ່ປະຕິບັດຕາມຄໍາສັ່ງ, ແຈ້ງການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຖ້າຫາກພົບເຫັນຍັງຝ່າຝືນ ຈະນໍາໃຊ້ມາດຕະການປັບໃໝຕາມແຈ້ງການ ເລກທີ 37/ຈນວ, ບຸກຄົນລະເມີດ ປັບໃໝ 3.000.000 ກີບ/ຄົນ/ຄັ້ງ ແລະ ນິຕິບຸກຄົນລະເມີດ ຈະຖືກປັບໃໝ 10.000.000 ລ້ານ/ນິຕິບຸກຄົນ/ຄັ້ງ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງຊ່ວຍກັນເປັນເຈົ້າການ ໃນການປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 37/ຈນວ, ຢ່າງເຂັ້ມງວດ ຖ້າບໍ່ມີຄວາມຈໍາເປັນກໍໃຫ້ຢູ່ບ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.