ຕຳຫຼວດ 3 ນາຍໄດ້ອອກແບບຟ້າຜ່າ ບໍ່ໄດ້ຮັບອຸດໝູນໃດໆ

0
277

ເວົ້າໄດ້ວ່າ ທຸກອາຊີບມີຄວາມສ່ຽງ ຖ້າເຮັດຜິດລະບຽບການ ກໍ່ມີໂອກາດຖືກເອົາອອກທຸກເວລາ ຈິ່ງບໍ່ອາດເວົ້າວ່າ ເຮັດນຳນັ້ນນີ້ບໍ່ໝັ້ນຄົງ ເພາະບໍ່ມີຫຍັງມາກະລັງຕີໄດ້ເຖິງຄາວມໝັ້ນຄົງໄດ້ ຖ້າຕົວເຮົາເອງບໍ່ຢຶດໝັ້ນກັບຄວາມຸືກຕ້ອງ.

ໃນວັນທີ 7 ຕຸລາ 2021 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 06 ຕຸລາ 2021 ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ ເຊິ່ງໃນນີ້ ປະຕິບັດວິໄນ ຮທ ເວີນ ສີດາວົງ, ຮຕ ສິດທິສອນ ໄຊທານີ ໜ້າທີ່ຮັບພິຊອບວິຊາການ ສັງກັດຢູ່ຫ້ອງຕຳຫຼວດ.

ລົງວິໄນຕໍ່ ຮທ ສີສຸພັນ ທາດາສະຫວັນ ໜ້າທີ່ຮັບພິຊອບວິຊາການ ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວແລະກໍ່ສ້າງຮາກຖານ ຂຶ້ນກັບ ປກສ ແຂວງສະຫວັນນະເຂດ ເຫດຜົນ ຍ້ອນການກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 01, ຂໍ້ 03 ການເມີນເສີຍບໍ່ປະຕິບັດຕາມມະຕິ ຫຼື ຄຳສັງຂອງຂັ້ນເທິງ ແລະ ລະເມີດຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID- 19.

ສະນັ້ນຈື່ງປະຕິບັດວິໄນສະຫາຍທັງສາມນີ້ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.