ດ່ວນທີ່ສຸດ ນະຄອນຫຼວງພະບາງລ໊ອກດາວແລ້ວ ຫຼັງຍອດຜູ້ ຕ ິ ດ ເ ຊ ື ້ ອ ໃນຊຸມຊົນສູງຂຶ້ນເລື້ອຍໆ

0
236

ດ່ວນທີ່ສຸດເຈົ້າຄອງນະຄອນຫຼວງພະບາງ ອອກແຈ້ງການ ວ່າດ້ວຍການເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນ ຫຼວງພະບາງ (ລາຍລະອຽດອ່ານຕາມເອກະສານ)

ໂດຍເຈົ້າຄອງນະຄອນ ຫຼວງພະບາງອອກແຈ້ງຂໍ້ຫ້າມ 5 ຂໍ້ ດັ່ງນີ້1 ຫ້າມປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ເຈົ້າລົງຊີວິດທົ່ວນະຄອນຫຼວງພະບາງອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ (Lock down). ຍົກເວັ້ນກໍລະນີທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ເຊັ່ນ ເກີດລຸn, ເຈັບເປັນໄປປິ່ນປົວຢູ່ໂຮງ, ໄປຊື້ເຄື່ອງນຸປະໂພກ-ບໍລິໂພກ (fibວຫນຶ່ງບໍ່ໃຫ້ເກີນ 2 ຄັ້ງຕໍ່ວັນ) ແລະ ຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດໃນບ້ານ.2 ຫ້າມພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ນະຄອນຫຼວງພະບາງ ເດີນທາງໄປຕ່າງເມືອງ, ຕ່າງແຂວງ ແລະ ຫ້າມຄົນຕ່າງເມືອງ, ຕ່າງແຂວງເອີ້ນເຂົ້າມາໃນນຕານ ຫຼວງພະບາງ ຢ່າງເດັດຂາດ,

3 ຫ້າມຈັດງານໂຊມຊຸມນຸມ, ງານລ້ຽງສັງສັນທຸກຮູບແບບ (ຍົກເວັ້ນງານຊາປະນະກິດສົບ, ງານສົ່ງສະການ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ວັດແທກອຸນຫະພຸມ, ຮັກສາໄລຍະຫາງທາງສັງຄົມ ຢ່າງຫນ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບຸ ຫຼື ນໍ້າຢາຂ້າເຊື້ອ.4 ໃຫ້ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ສວນອາຫານແຄມນໍ້າ, ສວນອາຫານທົ່ງນາ, ແຫຼ່ງທ່ອງທ່ຽວນໍ້າຕົກຕາດ, ຮ້ານຂາຍເຫຼົ້າ, ຂາຍເບຍ, ສັງວຽນຕີໄກ, ເດີນບູນ, ຮ້ານປີ້ງຕ່າງໆ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານສະນຸກເກີ, ສູນອອກກໍາລັງກາຍຟິສເນັດ, ສະລອຍນໍ້າ, ແລ່ນອອກກໍາລັງກາຍ ແລະ ກິລາກິລາໃນຮົ່ມ-ກາງແຈ້ງທຸກປະເພດ,5 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັ່ງ, ນ້ໍາຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.

ຈາກ: ຂ່າວສານຫລວງພະບາງ Luangprabang News

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.